ທ່ານ John Key ສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີນິວເຊີແລນສະໄໝທີ 3

  ທ່ານ John Key ສືບຕໍ່ດຳລົງຕຳແໜ່ງນາຍົກລັດຖະມົນຕີນິວເຊີແລນສະໄໝທີ 3 - ảnh 1
ທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key
(ພາບ: baomoi)

(vovworld)- ທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ​ໃຫ້​ຮູ້​ເມື່ອ​ວັນ​ທີ 20/9 ວ່າ ທ່ານ​ຈະ​ມານະ​ພະຍາຍາມ​ສ້າງ​ອະນາຄົດ​ທີ່​ສົດ​ໃສ​ກວ່າ​ໃຫ້​ປະ​ເທດ​ຊາດ ​ແລະ ປະຊາຊົນນິວເຊີແລນ. ທ່ານນາຍົກ ລັດຖະມົນຕີ ນິວເຊີແລນ John Key ຍັງເນັ້ນໜັກວ່າ ເລື່ອງພັກຊົນຊາດ NP ກຳ​ອຳນາດ​ຂອງ​ທ່ານ​ສືບ​ຕໍ່​ກຳ​ອຳນາດ ກໍ​ແມ່ນ​ກາລະ​ໂອກາດ ​ແລະ ສິ່ງ​ທ້າ​ທາຍ​ເພື່ອ​ໃຫ້ພັກຊົນຊາດ NP ສືບ​ຕໍ່ສູ້​ຊົນຍາດ​ເອົາ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ໃນ​ອະ​ຍຸ​ການ​ທີ່​ຈະ​ມາ​ເຖິງ. ຖະ​ແຫຼ​ງການ​ຂອງ​ທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ຖືກ​ຍົກ​ອອກ​ມາ ພາຍຫຼັງ​ທີ່​ຄະນະ​ກຳມະການ​ເລືອກ​ຕັ້ງນິວເຊີແລນ ​ໄດ້​ປະກາດ​ໝາກຜົນ​ເບື້ອງ​ຕົ້ນ​ຂອງ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​ໃນ​ວັນ​ດຽວ​ກັນ, ດ້ວຍ​ເລື່ອງພັກຊົນຊາດ NP ​ສືບ​ຕໍ່​ກຳ​ອຳນາດ. ຕາມ​ໝາກຜົນ​ທີ່​ໄດ້​ປະກາດ, ພັກຊົນຊາດ NP ຂອງທ່ານນາຍົກລັດຖະມົນຕີ ນິວເຊີແລນ John Key ຍາດ​ໄດ້ 48,2% ຈຳນວນ​ບັດ​ສະໜັບສະໜູນ ​ແລະ ຈະ​ຮັກສາ​ 62 ທີ່​ນັ່ງ​ໃນ​ຍອດ​ຈຳນວນ​ທີ່​ນັ່ງ​ໃນ​ສະພາ​ແຫ່ງ​ຊາດ. 

ຂ່າວ/ບົດ​ອື່ນ