ທ່ານ Kevin McCarthy ໄດ້ຮັບການເລືອກຕັ້ງເປັນປະທານສະພາຕ່ຳ ອາເມລິກາ

(VOVWORLD) - ທ່ານ McCarthy, ອາຍຸ 57 ປີ, ຮຽກຮ້ອງໃຫ້ທ່ານ ແລະ ບັນດາສຳພັນທະມິດຕ້ອງຜ່ອນຜັນແບບບໍ່ເຄີຍມີມາກ່ອນຕໍ່ໃນກຸ່ມຄົນຈຳນວນໜ້ອຍຝ່າຍຂວາຈັດ
ທ່ານ Kevin McCarthy ໄດ້ຮັບການເລືອກຕັ້ງເປັນປະທານສະພາຕ່ຳ ອາເມລິກາ - ảnh 1ທ່ານ Kevin McCarthy ປະທານສະພາຕ່ຳ ອາເມລິກາ ຄົນໃໝ່
(ພາບ:REUTERS)

ພາຍຫຼັງການປ່ອນບັດຄັ້ງປະຫວັດສາດ ແລະ ມີລັກສະນະເຄັ່ງຮ້ອນ, ຕອນເຊົ້າວັນທີ 7 ມັງກອນ, ການນຳພັກສາທາລະນະຢູ່ສະພາຕ່ຳ ອາເມລິກາ, ທ່ານ Kevin McCarthy, ໄດ້ຮັບເລືອກຕັ້ງເປັນປະທານສະພາຕ່ຳ. ໄຊຊະນະຂອງທ່ານ McCarthy, ອາຍຸ 57 ປີ, ຮຽກຮ້ອງໃຫ້ທ່ານ ແລະ ບັນດາສຳພັນທະມິດຕ້ອງຜ່ອນຜັນແບບບໍ່ເຄີຍມີມາກ່ອນຕໍ່ໃນກຸ່ມຄົນຈຳນວນໜ້ອຍຝ່າຍຂວາຈັດ, ໃນນັ້ນມີຫຼາຍຄົນໄດ້ຄັດຄ້ານທ່ານ McCarthy ເປັນປະທານສະພາຕ່ຳແຕ່ຫຼາຍເດືອນມານີ້.

        ຫຼັງຈາກໄດ້ຮັບເລືອກຕັ້ງເປັນປະທານສະພາຕ່ຳ, ວຽກງານທຳອິດຂອງທ່ານ McCarthy ແມ່ນເຂົ້າພິທີສາບານຕົວຕໍ່ໜ້າສະມາຊິກສະພາຕ່ຳ 433 ທ່ານ. ຈາກນັ້ນ, ສະພາຕ່ຳຈະອະນຸມັດຜ່ານຂໍ້ກຳນົດໃໝ່ເຊິ່ງທ່ານ McCarthy ໄດ້ເຈລະຈາກັບບັນດາສະມາຊິກນິຍົມຮັກສາເດີມຂອງພັກສາທາລະນະ, ກໍ່ຄືເລືອກຕັ້ງບັນດາຕຳແໜ່ງການນຳ ກຳມາທິການສຳຄັນຂອງສະພາຕ່ຳຄື: ກຳມາທິການການຕ່າງປະເທດ, ກຳມາທິການກຳລັງທັບ, ກຳມາທິການຈັດແບ່ງງົບປະມານ.

ຕອບກັບ

ຂ່າວ/ບົດ​ອື່ນ