ທ່ານ Sadyr Zhaparov ເປັ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ກຽກກິດ​ສະ​ຖານ ຢ່າງ​ເປັນ​ທາງ​ການ

(VOVWORLD) -     ວັນທີ 14 ຕຸລາ, ສະພາແຫ່ງຊາດ ກຽກກິດສະຖານ ໄດ້ໃຫ້ສັດຕະຍາບັນ ທ່ານ Sadyr Zhaparov  ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ໃນການປ່ອນບັດເລືອກຕັ້ງຄືນໃໝ່.
ທ່ານ Sadyr Zhaparov ເປັ​ນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຂອງ ກຽກກິດ​ສະ​ຖານ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານ Sadyr Zhaparov ເປັນນາຍົກລັດຖະມົນຕີຂອງ ກຽກກິດສະຖານ ຢ່າງເປັນທາງການ (ພາບ: AFP)

ນີ້ແມ່ນບາດກ້າວໃໝ່ໃນຄວາມມານະພະຍາຍາມຢຸດຕິວິກິດການດ້ານການເມືອງຢູ່ປະເທດອາຊີກາງນີ້.

        ສະພາແຫ່ງຊາດ ກຽກກິດສະຖານ ຕ້ອງດຳເນີນການປ່ອນບັດໃຫ້ສັດຕະຍາບັນຄືນໃໝ່ໃຫ້ແກ່ທ່ານ Sadyr Zhaparov ເປັນນາຍົກລັດຖະມົນຕີ ພາຍຫຼັງທ່ານປະທານາທິບໍດີ Sonronbay Jeenbekov ຢັບຢັ້ງການໃຫ້ສັດຕະຍາບັນກ່ອນໜ້ານັ້ນ ຂອງສະພາແຫ່ງຊາດ.

        ຫຼັງຈາກສະພາແຫ່ງຊາດ ກຽກກິດສະຖານ ໃຫ້ສັດຕະຍາບັນຄືນໃໝ່, ທ່ານປະທານາທິບໍດີ Jeenbekov ຮອງຮັບວ່າ ທ່ານ Sadyr Zhaparov ເປັນນາຍົກລັດຖະມົນຕີປະເທດນີ້ ຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ