ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ​ສະ​ແດງ​ຄ​ວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ເລື່ອງ​ທ່ານ​ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ຫວຽດ​ນາມ ເຖິງ​ແກ່​ມໍ​ລະ​ນະ​ກຳ

(VOVWORLD) -ໂທລະເລກກໍ່ຢັ້ງຢືນວ່າ ຈີນ ຖືການປັບປຸງ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບຈີນ - ຫວຽດນາມເປັນສຳຄັນ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມສາມັກຄີຮ່ວມມື, ຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ພາລະກິດສັງຄົມນິຍົມຂອງແຕ່ລະຝ່າຍ
ທ່ານ ​ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຈີນ ​ສະ​ແດງ​ຄ​ວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ເລື່ອງ​ທ່ານ​ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່​ຫວຽດ​ນາມ ເຖິງ​ແກ່​ມໍ​ລະ​ນະ​ກຳ - ảnh 1ທ່ານເລຂາຟຽວ ອະດີດເລຂາທິການໃຫຍ່ຫວຽດນາມ

ວັນທີ 8 ສິງຫາ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະເທດຈີນ ໄດ້ສົ່ງໂທລະເລກ ມາຍັງທ່ານ ຫງວຽນຟຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ເພື່ອສະແດງຄວາມເສົ້າສະຫຼົດໃຈ ກ່ຽວກັບເລື່ອງທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ຫວຽດນາມ ເຖິງແກ່ມໍລະນະກຳ. ໂທລະເລກໄດ້ຍ້ອງຍໍຊົມເຊີຍທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ຫວຽດນາມ ແມ່ນ ຜູ້ນຳທີ່ພິຊາສາມາດ ຂອງພັກ ແລະ ລັດ ຫວຽດນາມ”, ຜູ້ທີ່ນຳພາປະຊາຊົນຫວຽດນາມ ບັນລຸໄດ້ບັນດາຜົນງານທີ່ຍິ່ງໃຫຍ່ໃນພາລະກິດສ້າງສາສັງຄົມນິຍົມ ແລະ ປ່ຽນແປງໃໝ່ຢູ່ຫວຽດນາມ. ທ່ານ ສີຈິ້ນຜິງ ກໍ່ເນັ້ນໜັກວ່າ ທ່ານ ເລຂາຟຽວ ແມ່ນສະຫາຍ ແລະ ເພື່ອນມິດທີ່ສະໜິດສະໜົມຂອງພັກ ແລະ ປະຊາຊົນຈີນ, ທ່ານມີການປະກອບສ່ວນທີ່ພົ້ນເດັ່ນເຂົ້າການຊຸກຍູ້ພັດທະນາການພົວພັນລະຫວ່າງ ຈີນ - ຫວຽດນາມ. ໂທລະເລກກໍ່ຢັ້ງຢືນວ່າ ຈີນ ຖືການປັບປຸງ ແລະ ເສີມຂະຫຍາຍມູນເຊື້ອມິດຕະພາບຈີນ - ຫວຽດນາມເປັນສຳຄັນ, ພ້ອມແລ້ວທີ່ຈະພ້ອມກັບຫວຽດນາມ ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ແລະ ຄວາມສາມັກຄີຮ່ວມມື, ຊຸກຍູ້ການພົວພັນລະຫວ່າງສອງພັກ, ສອງລັດ ແລະ ພາລະກິດສັງຄົມນິຍົມຂອງແຕ່ລະຝ່າຍ ເພື່ອບັນລຸໄດ້ບັນດາບາດກ້າວພັດທະນາໃໝ່ ແລະ ໃຫຍ່ກ່ວາອີກຢ່າງບໍ່ຢຸດຢັ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ