ທ່ານ ຮອງປະທານສະພາແຫ່ງຊາດ ອວງຈູລີວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີ ແຫ່ງການສ້າງຕັ້ງສະພາແຫ່ງຊາດ ອາແຊກໄບຢານ

(VOVWORLD) -ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງ ທ່ານ ປະທານສະພາແຫ່ງຊາດ ແຫ່ງ ສ. ອາແຊກໄບຢານ Ogtay Asadov, ວັນທີ 21 ກັນຍາ, ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານຮອງປະທານສະພາແຫ່ງຊາດ ອວງຈູລີວ ນໍາໜ້າ ໄດ້ເດີນທາງໄປຮອດນະຄອນຫຼວງ Baku, ເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີ ແຫ່ງການສ້າງຕັ້ງອົງການນິຕິບັນຍັດທໍາອິດ ຂອງ ອາແຊກໄບຢານ.

ທ່ານ ຮອງປະທານສະພາແຫ່ງຊາດ ອວງຈູລີວ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 100 ປີ ແຫ່ງການສ້າງຕັ້ງສະພາແຫ່ງຊາດ ອາແຊກໄບຢານ - ảnh 1 ທ່ານຮອງປະທານສະພາແຫ່ງຊາດຫວຽດນາມ  ອວງຈູລີວ (ພາບ:nhandan.com.vn)

ກ່າວຄໍາເຫັນທີ່ພິທີສະເຫຼີມສະຫຼອງ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລີວ ໄດ້ຊີ້ແຈ້ງວ່າ ດ້ວຍພື້ນຖານແມ່ນການພົວພັນທີ່ເປັນມູນເຊື້ອອັນດີງາມ, ຄວາມມຸ່ງມາດປາດຖະໜາ ແລະ ຄວາມຕັດສິນໃຈຂອງການນໍາ ແລະ ປະຊາຊົນສອງປະເທດ, ຫວຽດນາມ ໃຫ້ຄໍາໝັ້້ນສັນຍາວ່າ ພ້ອມແລ້ວທີ່ຈະເປີດກວ້າງການຮ່ວມມືກັບ ອາແຊກໄບຢານ ໃນຫຼາຍຂົງເຂດ.

        ກ່ອນໜ້ານັ້ນ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລີວ ໄດ້ມີການພົບປະກັບທ່ານ ຮອງປະທານຜູ້ທີໜຶ່ງ ສະພາແຫ່ງຊາດ ອາແຊກໄບຢານ Ziafet Askerov. ສອງຝ່າຍເຫັນດີເປັນເອກະພາບ ໂດຍຖືວ່າ ຫວຽດນາມ ແລະ ອາແຊກໄບຢານ ລ້ວນແຕ່ມີຂະແໜງອຸດສາຫະກໍາຂຸດຄົ້ນນໍ້າມັນບໍ່, ນີ້ແມ່ນເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດ ອາແຊກໄບຢານ ເຂົ້າຮ່ວມບັນດາໂຄງການນໍ້າມັນອາຍແກັດ, ໂຄງລ່າງພະລັງງານຢູ່ຫວຽດນາມ. ນະທີ່ນີ້, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລີວ ປາດຖະໜາວ່າ ສະພາແຫ່ງຊາດ ອາແຊກໄບຢານ ຈະສະໜັບສະໜູນຫຼັກໝັ້ນ, ຫຼັກການຂອງຫວຽດນາມ ແລະ ອາຊຽນ ກ່ຽວກັບການແກ້ໄຂຄວາມຂັດແຍ້ງຢູ່ທະເລຕາເວັນອອກ ໂດຍສັນຕິວິທີ, ບໍ່ນໍາໃຊ້ອາວຸດ ຫຼື ນາບຂູ່ນໍາໃຊ້ອາວຸດ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາ ສປຊ ວ່າດ້ວຍກົດໝາຍທະເລ ປີ 1982. 

Anh Tu - ນັກຂ່າວ VOV ປະຈໍາ ມົດສະກູ

ຕອບກັບ

ຂ່າວ/ບົດ​ອື່ນ