ທ່ານ ຮອງປະທານສະພາແຫ່ງຊາດ ໂດ໋ບ໊າຕິ ເຄື່ອນໄຫວຢ້ຽມຢາມເອເມລິກາ

(VOVWORLD) - ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ໂດຍທ່ານພົນເອກ ໂດ໋ບ໊າຕິ,  ຮອງປະທານສະພາແຫ່ງຊາດຫວຽດນາມ ເປັນຫົວໜ້າຄະນະ, ໄດ້ໄປຢ້ຽມຢາມ ແລະ ເຮັດວຽກຢູ່ອາເມລິກາ ໃນລະຫວ່າງ 21 – 27 ກໍລະກົດ.  ການຢ້ຽມຢາມ ອາເມລິກາ ຂອງຄະນະຄັ້ງນີ້ ແມ່ນແນໃສ່ເພີ່ມທະວີການຮ່ວມມື ແລະ ພົວພັນແລກປ່ຽນລະຫວ່າງສະມາຊິກລັດຖະສະພາຂອງສອງປະເທດ, ປະກອບສ່ວນຊຸກຍູ້ການພົວພັນຄູ່່ຮ່ວມມືຮອບດ້ານລະຫວ່່າງຫວຽດນາມ - ອາເມລິກາ.

ທ່ານ ຮອງປະທານສະພາແຫ່ງຊາດ ໂດ໋ບ໊າຕິ ເຄື່ອນໄຫວຢ້ຽມຢາມເອເມລິກາ - ảnh 1 ທ່ານພົນເອກ ໂດ໋ບ໊າຕິ,  ຮອງປະທານສະພາແຫ່ງຊາດຫວຽດນາມ ຢ້ຽມຢາມກະຊວງປ້ອງກັນປະເທດອາເມລິກາ

ໃນໄລຍະຢູ່ຢ້ຽມຢາມອາເມລິກາ, ຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ໄດ້ເຮັດວຽກກັບບັນດາສະມາຊິກລັດຖະສະພາ ອາເມລິກາ ທີ່ຕາງໜ້າໃຫ້ກໍາມາທິການວຽກງານການທະຫານ, ກໍາມາທິການມາດຕະຖານລາຍຈ່່າຍ, ກໍາມາທິການການເງິນຂອງສະພາສູງ, ກໍາມາທິການວຽກງານການທະຫານຂອງສະພາຕໍ່າ, ໄປຢ້ຽມຢາມກະຊວງປ້ອງກັນປະເທດ ແລະ ພົບປະກັບທ່ານ ຮອງລັດຖະມົນຕີ Patrick Shanahan; ພົບປະກັບທ່ານ  ນາຍພົນ Keith Kellogg, ທີ່ປຶກສາດ້ານການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຂອງທ່ານຮອງປະທານາທິບໍດີ; ໃຫ້ການຕ້ອນຮັບນັກຮຽນຮູ້ ແລະ ນັກທຸລະກິດອາເມລິກາຈໍານວນໜຶ່ງ; ໄປຢ້າມຢາມສະຖານທູດຫວຽດນາມປະຈໍານະຄອນຫຼວງ ວໍຊິງຕັນ ແລະ ຄະນະປະຕິບັດງານຫວຽດນາມປະຈໍາສະຫະປະຊາຊາດ..

        ທີ່ບັນດາການພົບປະ ແລະ ເຮັດວຽກດັ່ງກ່າວ, ທ່ານພົນເອກ ໂດ໋ບ໊າຕິ,  ຮອງປະທານສະພາແຫ່ງຊາດ ຢັ້ງຢືນເຖິງນະໂຍບາຍການຕ່າງປະເທດ ເອກະລາດ, ເປັນເຈົ້າຕົນເອງ, ຫັນການພົວພັນສາກົນຂອງຫວຽດນາມ ເປັນຫຼາຍຮູບຫຼາຍແບບ ແລະຫຼາຍຝ່າຍ, ໃນນັ້ນ ໄດ້ເອົາໃຈໃສ່ ເຖິງການປັບປຸງ ແລະພັດທະນາການພົວພັນຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ; ບັນດາບັນຫາພື້ນຖານໃນການພົວພັນລະຫວ່າງສອງປະເທດ ທີ່ບັນດາສະມາຊິກລັດຖະສະພາຄວນຮ່ວມມື, ຊຸກຍູ້ພ້ອມກັບລັດຖະບານສອງປະເທດໃນໄລຍະຈະມາເຖິງ, ແມ່ນບັນດາຂົງເຂດ ເສດຖະກິດ, ການຄ້າ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ພິເສດແມ່ນວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ ຄື ການກໍາຈັດ ທາດພິດສີສົ້ມຢູ່ທ້ອງຖິ່ນຕ່າງໆຂອງຫວຽດນາມ.

        ບັນດາສະມາຊິກລັດຖະສະພາ ແລະ ເຈົ້າໜ້າທີ່ຂັ້ນສູງຂອງອາເມລິກາ ໄດ້ແບ່ງປັນກ່ຽວກັບຄວາມສໍາຄັນຂອງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ແລະຕີລາຄາສູງຄວາມໝາຍຂອງການມາຢ້ຽມຢາມອາເມລິກາຂອງຄະນະ ພ້ອມທັງຖືວ່າ ສອງຝ່າຍລ້ວນແຕ່ມີຄວາມສົນໃຈເຖິງຫຼາຍບັນຫາກ່ຽວກັບການແກ້ໄຂ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ນໍ້າທະເລຂຶ້ນສູງ, ຄວາມໝັ້ນຄົງ, ສັນຕິພາບ ແລະ ການຮ່ວມມືພັດທະນາໃນພາກພື້ນ ອາຊີ - ປາຊີຟິກ.

ຕອບກັບ

ຂ່າວ/ບົດ​ອື່ນ