ທ່ານ ເຈີ່ນແທງເໝີນ ໄດ້ແຕ່ງຕັັ້ງເປັນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8

(VOVWORLD) - ກອງປະຊຸມໄດ້ແຕ່ງຕັ້ງໃຫ້ທ່ານ ເຈີ່ນແທງເໝີນ, ກຳມະການສູນກາງພັກ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ດຳລົງຕ່ຳແໜ່ງເປັນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8, ອາຍຸການ 2014 -2019
ທ່ານ ເຈີ່ນແທງເໝີນ ໄດ້ແຕ່ງຕັັ້ງເປັນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8 - ảnh 1 ທ່ານ ເຈີ່ນແທງເໝີນ ທີ່ພິທີແຕ່ງຕັ້ງ

ຕອນເຊົ້າວັນທີ 22 ມິຖຸນາ, ຢູ່ຮ່າໂນ້ຍ, ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ຈັດກອງປະຊຸມຄັ້ງທີ 7 (ຊຸດທີ 8) ເພື່ອປະຕິບັດການທາບທາມຄວາມເຫັນແຕ່ງຕັ້ງປະທານ, ເພີ່ມເຕີມບຸກຄະລາກອນຄະນະປະຈຳການ, ຄະນະປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ( ຊຸດທີ 8) ຕາມລະບຽບການ. ກອງປະຊຸມຕົກລົງໃຫ້ທ່ານ ຫງວຽນທ້ຽນເຍີນ, ກຳມະການກົມການເມືອງ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ, ເລຂາຄະນະພັກນະຄອນ ໂຮ່ຈີມິນ ຢຸດຕິການຮັກສາຕຳແໜ່ງເປັນປະທານສູນກາງແນວໂຮມປະເທດຊາດ ຫວຽດນາມ ແລະ ບໍ່ສືບຕໍ່ເຂົ້າຮ່ວມເປັນກຳມະການຄະນະປະທານ, ກຳມະການຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8. ກອງປະຊຸມໄດ້ແຕ່ງຕັ້ງໃຫ້ທ່ານ ເຈີ່ນແທງເໝີນ, ກຳມະການສູນກາງພັກ, ຮອງປະທານ - ເລຂາທິການໃຫຍ່ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ດຳລົງຕ່ຳແໜ່ງເປັນປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ຊຸດທີ 8, ອາຍຸການ 2014 -2019. ກ່າວຄຳເຫັນເມື່ອຮັບໜ້າທີ່ໃໝ່, ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈີ່ນແທງເໝີນ ຢັ້ງຢືນວ່າ:

        “ແນວໂຮມປະເທດຊາດຕ້ອງ, ຮ່ວມເດີນທາງພ້ອມກັບປະຊາຊົນ, ລະດົມຂໍ້ລິເລີ່ມ, ເຕົ້າໂຮມພຸມປັນຍາຂອງບັນດານັກຮຽນຮູ້, ປັນຍາຊົນ, ນັກທຸລະກິດ, ຜູ້ມີຍົດສັກຕຳແໜ່ງສາສະໜາ… ສ້າງຄວາມເຫັນດີເຫັນພ້ອມ, ກຳລັງສັງລວມເພື່ອຄາດໝາຍພັດທະນາແບບຍືນຍົງຂອງປະເທດຊາດ, ສົມກັບທີ່ຕັ້ງແມ່ນອົງການການເມືອງຂອງອຳນາດການປົກຄອງປະຊາຊົນ, ຕາງໜ້າປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງປະຊາຊົນ.”

ຕອບກັບ

ຂ່າວ/ບົດ​ອື່ນ