ທ່ານ ເລເລືອງມີງ ກະກຽມສິ້ນສຸດອາຍຸການເປັນ ເລຂາທິການໃຫຍ່ ອາຊຽນ

(VOVWORLD) - ກ່າວຄຳເຫັນທີ່ພິທີ, ທ່ານ Mochtan, ຮອງເລຂາທິການໃຫຍ່ ອາຊຽນ, ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ເລເລືອງມີງ ໄດ້ປະຕິບັດສຳເລັດບົດບາດໜ້າທີ່ ຮັບຜິດຊອບອັນໃຫຍ່ຫຼວງໃນໄລຍະພັດທະນາຫຼາຍຂີດໝາຍຂອງ ອາຊຽນ
ທ່ານ ເລເລືອງມີງ ກະກຽມສິ້ນສຸດອາຍຸການເປັນ ເລຂາທິການໃຫຍ່ ອາຊຽນ - ảnh 1ທ່ານ ເລຂາທິການໃຫຍ່ ເລເລືອງມິງ ທີ່ພິທີ 

ຕອນຄ່ຳວັນທີ 20 ທັນວາ, ທີ່ສຳນັກງານສະມາຄົມ ບັນດາປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ໄດ້ຈັດຕັ້ງພິທີອຳລາທ່ານ ເລເລືອງມີງ, ສິ້ນສຸດອາຍຸການ 5 ປີເປັນເລຂາທິການໃຫຍ່ ອາຊຽນ. ກ່າວຄຳເຫັນທີ່ພິທີ, ທ່ານ Mochtan, ຮອງເລຂາທິການໃຫຍ່ ອາຊຽນ, ເນັ້ນໜັກວ່າ: ທ່ານເລຂາທິການໃຫຍ່ ເລເລືອງມີງ ໄດ້ປະຕິບັດສຳເລັດບົດບາດໜ້າທີ່ ຮັບຜິດຊອບອັນໃຫຍ່ຫຼວງໃນໄລຍະພັດທະນາຫຼາຍຂີດໝາຍຂອງ ອາຊຽນ, ໃນວິວັດການຍູ້ແຮງການສ້າງປະຊາຄົມ ແລະ ຮ່ວມສຳພັນກັບພາກພື້ນ. ດ້ວຍຄວາມຊຳນານງານ ແລະ ຄວາມສາມາດໃນການເຮັດວຽກຂອງຕົນ, ທ່ານເລເລືອງມີງ ໄດ້ປະກອບສ່ວນຢ່າງມີປະສິດທິຜົນເຂົ້າໃນບາດກ້າວຂອງ ສະມາຄົມ.

        ໃນບົດກ່າວຄຳເຫັນຂອງຕົນ, ທ່ານເລຂາທິການໃຫຍ່ ເລເລືອງມິງ ເນັ້ນໜັກວ່າ: ໃນ 5 ປີຜ່ານມາ, ອາຊຽນ ບັນລຸໄດ້ບັນດາບາດກ້າວພັດທະນາສຳຄັນ, ໃນນັ້ນ ມີການສ້າງຕັ້ງປະຊາຄົມ ອາຊຽນ, ຄວາມໄຝ່ຝັນຂອງປະຊາຊົນໃນທົ່ວພາກພື້ນ; ວິໄສທັດປະຊາຄົມ ອາຊຽນ 2015 ຮັບປະກັນໃຫ້ ອາຊຽນ ພັດທະນາແບບຍືນຍົງ ແລະ ຖາວອນ. ທ່ານເລຂາທິການໃຫຍ່ ເລເລືອງມິງ ເຊື່ອໝັ້ນວ່າ: ໃນອະນາຄົດ, ອາຊຽນຈະສືບຕໍ່ ຢັ້ງຢືນຖານະບົດບາດຂອງຕົນໃນພາກພື້ນ ແລະ ໃນໂລກ, ໃຫ້ນັບມື້ນັບພັດທະນາວັດທະນາຖາວອນ ແລະ ນຳມາເຊິ່ງຜົນປະໂຫຍດໃຫ້ປະຊາຊົນທຸກໆຄົນໃນປະຊາຄົມ ອາຊຽນ.

        ທ່ານເລຂາທິການໃຫຍ່ ເລເລືອງມີງ ຈະສິ້ນສຸດອາຍຸການໃນວັນທີ 31 ທັນວາ 2017.

ຕອບກັບ

ຂ່າວ/ບົດ​ອື່ນ