ທ່ານJokoWidodo,ຜູ້ວ່າການນະຄອນຫລວງຈາກາຕາໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍ ຄົນໃຫມ່

ທ່ານJokoWidodo,ຜູ້ວ່າການນະຄອນຫລວງຈາກາຕາໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີ ອິນໂດເນເຊຍ ຄົນໃຫມ່ - ảnh 1
ທ່ານ Joko Widodo
ພາບ:internet


(vovworld)- ຕອນຄຳ່​ວັນ​ທີ 22/7, ຄະນະ​ກຳມະການ​ເລືອກ​ຕັ້ງ ອິນ​ໂດ​ເນ​ເຊຍ(GEC) ​ໄດ້​ປະກາດ​ໝາກຜົນ​ການ​ນັບ​ບັດ​ຄັ້ງ​ສຸດ​ທ້າຍ​ຂອງ​ການ​ເລືອກ​ຕັ້ງ​ປະທານາທິບໍດີ​ໃນ​ວັນ​ທີ 9/7. ຕາມ​ນັ້ນ​ແລ້ວ, ທ່ານ Joko Widodo ຜູ້​ວ່າການ​ນະຄອນ​ຫລວງ ຈາ​ກາຕາ ​ໄດ້​ຮັບ​ໄຊຊະນະ​ດ້ວຍ​ຈຳນວນບັດ​ສະຫນັບສະຫນູນ 53,15%. ສ່ວນ​ປະທານ​ພັກຂະ​ບວນການ​ຍິ່ງ​ໃຫຍ່​ອິນ​ໂດ​ເນ​ເຊຍ( Gerindra) ທ່ານ Prabowo Subianto ຍາດ​​ໄດ້ພຽງ 46,85% ຈຳນວນບັດ​ສະຫນັບສະຫນູນ. ​ເປັນ​ອັນວ່າ ທ່ານ Widodo  ​ໄດ້​ຮັບ​ການ​ຮັບ​ຮູ້​ວ່າ ​ແມ່ນ​ຜູ້​ຮັບ​ໄຊຊະນະ ​ແລະ ຈະ​ສາບານ​ຕົວ​ຮັບ​ດຳລົງ​ຕຳ​ແຫນ່​ງພາຍຫລັງ ທ່ານ​ປະທານາທິບໍດີ  Susilo Bambang Yudhoyono ພົ້ນ​ຕຳ​ແຫນ່​ງ​ໃນ​ວັນ​ທີ 20/10 ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ