ທ່ານນາງ Ursula von der Leyen ໄດ້ຮັບການສະເໜີສືບຕໍ່ດຳລົງຕຳແໜ່ງປະທານ ອີຊີ

(VOVWORLD) - ໃນບົດກ່າວປາໄສທີ່ໄດ້ຍົກອອກມາໃນວັນດຽວກັນ, ທ່ານນາງໃຫ້ຄຳໝັ້ນສັນຍາວ່າ ຈະນຳມາເຊິ່ງຄວາມສັນຕິພາບ, ຄວາມວັດທະນາຖາວອນ ແລະ ຄວາມໝັ້ນຄົງໃຫ້ແກ່ປະຊາຊົນ ເອີລົບ.
ທ່ານນາງ Ursula von der Leyen ໄດ້ຮັບການສະເໜີສືບຕໍ່ດຳລົງຕຳແໜ່ງປະທານ ອີຊີ - ảnh 1ທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ
(ພາບ: AFP/TTXVN)

        ວັນທີ 07 ມີນາ, ພັກປະຊາຊົນ ເອີລົບ (EPP), ພັກໃຫຍ່ສຸດໃນລັດຖະສະພາ ເອີລົບ, ໄດ້ສະເໜີທ່ານນາງ Ursula von der Leyen, ປະທານຄະນະກຳມະການ ເອີລົບ (ອີຊີ) ຄົນປະຈຸບັນ, ສືບຕໍ່ດຳລົງຕຳແໜ່ງນີ້ຕື່ມອີກອາຍຸການໜຶ່ງ. ຂໍ້ສະເໜີດັ່ງກ່າວໄດ້ຮັບຮອງເອົາ ພາຍຫຼັງທ່ານນາງ Ursula von der Leyen ຍາດໄດ້ 400 ໃນຈຳນວນ 409 ບັດເລືອກຕັ້ງໃນການປ່ອນບັດເລືອກຕັ້ງຂອງ EPP.

        ໃນບົດກ່າວປາໄສທີ່ໄດ້ຍົກອອກມາໃນວັນດຽວກັນ, ທ່ານນາງໃຫ້ຄຳໝັ້ນສັນຍາວ່າ ຈະນຳມາເຊິ່ງຄວາມສັນຕິພາບ, ຄວາມວັດທະນາຖາວອນ ແລະ ຄວາມໝັ້ນຄົງໃຫ້ແກ່ປະຊາຊົນ ເອີລົບ.

        ທ່ານນາງ Ursula von der Leyen, ອາຍຸ 65 ປີ, ຮັບດຳລົງຕຳແໜ່ງປະທານ ອີຊີ ແຕ່ເດືອນ ທັນວາ 2019. ນັບແຕ່ຮັບດຳລົງຕຳແໜ່ງນີ້, ທ່ານນາງ Ursula von der Leyen, ສາມາດສ້າງໄດ້ການສະໜັບສະໜູນຢ່າງກວ້າງຂວາງຂອງບັນດາການນຳ ແລະ ລັດຖະບານ ເອີລົບ.

        ການເລືອກຕັ້ງບັນດາຕຳແໜ່ງການນຳຂອງສະຫະພາບ ເອີລົບ ຈະດຳເນີນແຕ່ວັນທີ 06 – 09 ມິຖຸນາ.

ຕອບກັບ

ຂ່າວ/ບົດ​ອື່ນ