ທ່ານນາງ ຕ່ອງທິຟອງ ຮອງປະທາ ສະພາແຫ່ງຊາດ ພົບປະນັກສຳມະນາກອນຊຸດບຳລຸງພາສາຫວຽດ ບັນດາແຂວງພາກເໜືອຂອງລາວ

(VOVWORLD) - ຕອນບ່າຍວັນທີ 28 ມິຖຸນາ, ທ່ານ ນາງ ຕ່ອງທິຟອງ, ຮອງປະທານ, ຜູ້ປະຈຳການສະພາແຫ່ງຊາດ, ໄດ້ພົບປະກັບຊຸດບຳລຸງພາສາຫວຽດ ບັນດາແຂວງພາກເໜືອຂອງລາວ ຢູ່ແຂວງເຊີນລາ.
ທ່ານນາງ ຕ່ອງທິຟອງ ຮອງປະທາ ສະພາແຫ່ງຊາດ ພົບປະນັກສຳມະນາກອນຊຸດບຳລຸງພາສາຫວຽດ ບັນດາແຂວງພາກເໜືອຂອງລາວ - ảnh 1ທ່ານນາງຮອງປະທານສະພາແຫ່ງຊາດ ຕ່ອງທິຟ໋ອງ ກ່າວຄຳເຫັນທີ່ກມານພົບປະ

ປະຈຸບັນ, ແຂວງເຊີນລາ ມີກວ່າ 1.000 ນັກສຳມະນາກອນ, ນັກສຶກສາລາວ ພວມຮໍ່າຮຽນຢູ່ບັນດາວິທະຍາໄລ ແລະ ມະຫາວິທະຍາໄລ ພາຍໃນແຂວງ. ໃນນັ້ນ, ສະເພາະປີ 2017 ມີກວ່າ 100 ນັກສຳມະນາກອນ ແມ່ນພະນັກງານບັນດາແຂວງພາກເໜືອຂອງລາວ ພວມເຂົ້າຮ່ວມຊຸດຝຶກອົບຮົມ, ບຳລຸງພາສາຫວຽດ. ກ່າວຄຳເຫັນໃນການພົບປະ, ທ່ານ ນາງ ຕ່ອງທິຟອງ ສະເໜີໃຫ້ແຂວງເຊີນລາ, ວິທະຍາໄລແຂວງເຊີນລາ, ສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂໃຫ້ບັນດານັກສຳມະນາກອນ ແລະ ໃນໄລຍະຈະມາເຖິງຄວນສືບຕໍ່ຈັດຕັ້ງບັນດາຊຸດບຳລຸງກ່ຽວກັບທັກສະການເຄື່ອນໄຫວ ໃຫ້ບັນດາສະມາຊິກສະພາປະຊາຊົນບັນດາແຂວງພາກເໜືອຂອງລາວ.

        “ໄລຍະຈະມາເຖິງພວກເຮົາຈະພ້ອມກັນເສີມຂະຫຍາຍ ເພື່ອໃຫ້ສອງພັກນັບມື້ນັບເພີ່ມທະວີມິດຕະພາບ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໃຫ້ໝັ້ນຄົງ ແລະ ມີການພັດທະນາ. ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຜ່ານການຮຽນພາສາ ພວກເຮົາຈະຮັບຮູ້ໄດ້ຫຼາຍປະການ ກ່ຽວກັບການພົວພັນລະຫວ່າງສອງພັກ - ສອງລັດ ແລະ ໜ້າທີ່ຂອງພວກເຮົາ. ຈົ່ງຖືວ່ານີ້ແມ່ນໜ້າທີ່ພິເສດທີ່ອົງຄະນະພັກ ແລະ ອຳນາດການປົກຄອງມອບໝາຍໃຫ້ບັນດານັກສຳມະນາກອນ.

ຕອບກັບ

ຂ່າວ/ບົດ​ອື່ນ