ທ່ານນາງ ຫວໍທິແອັງຊວນ ດຳລົງຕຳແໜ່ງເປັນຜູ້ຮັກສາການປະທານປະເທດ ຫວຽດນາມ ນັບແຕ່ວັນທີ 21 ມີນາ

(VOVWORLD) -  ຕາມນັ້ນແລ້ວ, ທ່ານນາງ ຫວໍທິແອັງຊວນ, ຮອງປະທານປະເທດ ໄດ້ດຳລົງເປັນຜູ້ຮັກສາເປັນປະທານປະເທດນັບແຕ່ວັນທີ 21 ມີນາ ຮອດເວລາສະພາແຫ່ງຊາດ ເລືອກຕັ້ງປະທານປະເທດຄົນໃໝ່.

ຕອນເຊົ້າວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ພາຍຫຼັງອັດກອງປະຊຸມວິສາມັນຄັ້ງທີ 6, ສະພາແຫ່ງຊາດຊຸດທີ XV, ອີງໃສ່ລັດຖະທຳມະນູນຂອງປະເທດ ສສ ຫວຽດນາມ ແລະ ຂໍ້ກຳນົດຂອງກົດໝາຍກ່ຽວຂ້ອງ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກາດແຈ້ງການກ່ຽວກັບການປະຕິບັດສິດເປັນປະທານປະເທດ. ຕາມນັ້ນແລ້ວ, ທ່ານນາງ ຫວໍທິແອັງຊວນ, ຮອງປະທານປະເທດ ໄດ້ດຳລົງເປັນຜູ້ຮັກສາເປັນປະທານປະເທດນັບແຕ່ວັນທີ 21 ມີນາ ຮອດເວລາສະພາແຫ່ງຊາດ ເລືອກຕັ້ງປະທານປະເທດຄົນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ