ທ່າ​ນນາງ ຫວໍ​ທິ​ແອັງ​ຊວັນ ຜູ້​ຮັກ​ສາ​ການ ປະ​ທານ​ປະ​ເທດ ຖະ​ຫວາ​ຍ​ທູບ​ທຽນ​ຢູ່ ເຂດ​ຮ່ອງ​ຮອຍ​ປະ​ຫວັດ​ສາດ ຄຸກ ກອນ​ຕຸມ

(VOVWORLD) - ຕອນເຊົ້າວັນທີ 5 ພຶດສະພາ, ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດ ຮ່ອງຮອຍປະຫວັດສາດ ຄຸກ ກອນຕຸມ.
ທ່າ​ນນາງ ຫວໍ​ທິ​ແອັງ​ຊວັນ ຜູ້​ຮັກ​ສາ​ການ ປະ​ທານ​ປະ​ເທດ ຖະ​ຫວາ​ຍ​ທູບ​ທຽນ​ຢູ່ ເຂດ​ຮ່ອງ​ຮອຍ​ປະ​ຫວັດ​ສາດ ຄຸກ ກອນ​ຕຸມ - ảnh 1ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ຖະຫວາຍທູບທຽນຢູ່ ເຂດຮ່ອງຮອຍປະຫວັດສາດ ຄຸກ ກອນຕຸມ (ພາບ: VOV)

ໃນການເດີນທາງໄປປະຕິບັດງານ ຢູ່ແຂວງ ກອນຕຸມ, ຕອນເຊົ້າວັນທີ 5 ພຶດສະພາ, ທ່ານນາງ ຫວໍທິແອັງຊວັນ ຜູ້ຮັກສາການ ປະທານປະເທດ ໄດ້ໄປຖະຫວາຍທູບທຽນ ອາໄລຫາ ບັນດານັກຮົບເສຍສະຫຼະຊີວິດເພື່ອຊາດ ຢູ່ເຂດ ຮ່ອງຮອຍປະຫວັດສາດ ຄຸກ ກອນຕຸມ. ນີ້ແມ່ນສະຖານທີ່ກອງທັບ ຝລັ່ງ, ໃນໄລຍະປົກຄອງຫວຽດນາມ, ກັກຂັງບັນດານັກໂທດການເມືອງ ມາຈາກບັນດາແຂວງຄື: ເງະອານ, ຮ່າຕິງ, ເທື່ອທຽນ - ເຫ້ວ.

ຢູ່ແຫ່ງນີ້, ທ່ານນາງ ຫວໍທິແອັງຊວັນ ກໍ່ໄດ້ໄປຢ້ຽມຢາມຫໍວາງສະແດງ ຊື່ງແມ່ບບ່ອນພວມຮັກສາຫຼາຍວັດຖຸພັນ ຂອງນັກຮົບກອມມູນິດຖືກຈຳຄຸກ ແລະ ຮູບແບບຄຸກ ຕອນຕຸມໃນເມື່ອກ່ອນ. ແລະກໍ່ໃນວັນດຽວກັນ, ທ່ານນາງ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ນັກຮົບເກົ່າ, ທະຫານເສຍອົງຄະ ເຈິ່ນດິ່ງທີ ເຊິ່ງແມ່ນທະຫານເຂົ້າຮ່ວມການສູ້ຮົບຢູ່ສະໜາມຮົບ ເຕິນເຊີນເຍິດ ໃນບັ້ນຮົບ ໂຮ່ຈີມິນ ປົດປ່ອຍພາກໃຕ້, ທ້ອນໂຮມປະເທດຊາດເປັນເອກະພາບເມື່ອປີ 1975; ຢ້ຽມຢາມ, ມອບຂອງຂວັນໃຫ້ ແມ່ ຫວຽດນາມ ວິລະຊົນ ດັ່ງທິທູ.


ຕອບກັບ

ຂ່າວ/ບົດ​ອື່ນ