ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ປົກປ້ອງແຜນການ Brexit ໂດຍບໍ່ຫົວຊາຕໍ່ຄວາມກົດດັນຢູ່ພາຍໃນ

(VOVWORLD) - ຄຳເຫັນຂອງທ່ານນາງນາຍົກລັດຖະມົນຕີ May ໃນວັນທີ 30 ກັນຍາ ກໍ່ດຶງດູດຄວາມສົນໃຈຈາກຫາງສຽງ, ໃນນັ້ນກໍ່ປະກາດແຜນການຄວບຄຸມເລື່ອງບັນດານັກລົງທຶນຈາກຕ່າງປະເທດຊື້ເຮືອນຢູ່ທີ່ ອັງກິດ ຢ່າງເຄັ່ງຂັດ

ວັນທີ 30 ກັນຍາ, ທ່ານນາງນາຍົກລັດຖະມົນຕີ ອັງກິດ Theresa May ຢັ້ງຢືນແຜນການ ອັງກິດຖອນຕົວອອກຈາກສະຫະພາບເອີລົບ (EU) ແມ່ນບໍ່ມີການປ່ຽນແປງ ແລະ ສະແດງຄວາມເຊື່ອໝັ້ນເຂົ້າແຜນການ Brexit ບົນພື້ນຖານເຄົາລົບໝາກຜົນຂອງການລົງປະຊາມະຕິປະຊາຊົນເມື່ອປີ 2016. ຖະແຫຼງການຂອງທ່ານນາງ Theresa May ຍົກອອກມາພາຍຫຼັງທີ່ທ່ານລັດຖະມົນຕີການຕ່າງປະເທດ ອັງກິດ Boris Johnson ໃນວັນທຳອິດຂອງກອງປະຊຸມປະຈຳປີຂອງພັກນິຍົມຮັກສາເດີມ, ເຊິ່ງຈັດຕັ້ງໃນລະຫວ່າງວັນທີ 30 ກັນຍາ - 3 ຕຸລາ, ໄດ້ໂຈມຕີຂໍ້ສະເໜີກ່ຽວກັບບັນຫາພາສີອາກອນໃນແຜນການ Brexit ໂດຍຄະນະລັດຖະບານ ອັງກິດ ຮັບຮອງເອົາ, ຖືວ່າຂໍ້ສະເໜີນັ້ນບໍ່ເໝາະສົມ .

        ຄຳເຫັນຂອງທ່ານນາງນາຍົກລັດຖະມົນຕີ May ໃນວັນທີ 30 ກັນຍາ ກໍ່ດຶງດູດຄວາມສົນໃຈຈາກຫາງສຽງ, ໃນນັ້ນກໍ່ປະກາດແຜນການຄວບຄຸມເລື່ອງບັນດານັກລົງທຶນຈາກຕ່າງປະເທດຊື້ເຮືອນຢູ່ທີ່ ອັງກິດ ຢ່າງເຄັ່ງຂັດ. ຕາມນັ້ນແລ້ວ, ບັນດານັກລົງທຶນຕ່າງປະເທດທີ່ບໍ່ເສຍພາສີຢູ່ ອັງກິດ ຈະຕ້ອງເສຍລະດັບພາສີ 3% ເມື່ອຊື້ອະສັງຫະລິມະຊັບຢູ່ ອັງກິດ.

ຕອບກັບ

ຂ່າວ/ບົດ​ອື່ນ