ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖະຫວາຍທູບທຽນ ອາໄລຫາບັນດາອະດີີດການນໍາພັກ, ລັດ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ສົ່ງຄໍາຢື້ຢາມຖາມຂ່າວ ແລະ ອວຍພອນບັນດາຄອບຄົວ ປີໃໝ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ແລະ ມີແຕ່ສິ່ງດີໆເຂົ້າມາໃນຊີວິດ.
ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຖະຫວາຍທູບທຽນ ອາໄລຫາບັນດາອະດີີດການນໍາພັກ, ລັດ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢ້ຽມຢາມຖາມຂ່າວ ທ່ານນາງ ໂງທິເຫວ້, ພັນລະຍາ ອະດີດ ເລຂາທິການໃຫຍ່ ຫງວຽນວັນລິງ (ພາບ: TTXVN) 

ເນື່ອງໃນໂອກາດບຸນປີໃໝ່ ປີກຸນ 2019, ວັນທີ 25 ມັງກອນ, ທີ່ນະຄອນໂຮ່ຈີມິນ, ຄະນະກໍາມະການກົມການເມືອງ, ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຖະຫວາຍທູບທຽນໄວ້ອາໄລຢູ່ບັນດາຄອບຄົວອະດີດການນໍາພັກ, ລັດ, ລັດຖະບານຫວຽດນາມຜ່ານສະໄໝຕ່າງໆ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຖະຫວາຍທູບທຽນໄວ້ອາໄລ ຢູ່ເຮືອນອະດີີດເລຂາທິການໃຫຍ່ ຫງວຽນວັນລິງ; ອະດີດນາຍົກລັດຖະມົນຕີ ຫວໍວັນກຽດ; ອະດີດປະທານສະພາລັດຖະມົນຕີຟ້າມຮຸ່່ງ; ອະດີດຮັກສາການປະທານປະເທດ, ອະດີດປະທານສະພາແຫ່ງຊາດ, ທະນາຍຄວາມ ຫງວຽນຫືວເທາະ.

        ຢູ່ບັນດາສະຖານທີ່ເຫຼົ່ານັ້ນ, ພາຍຫຼັງຖະຫວາຍທູບທຽນອາໄລຫາບັນດາອະດີດການນໍາພັກ, ລັດ, ລັດຖະບານ ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກໍໄດ້ສົ່ງຄໍາຢື້ຢາມຖາມຂ່າວ ແລະ ອວຍພອນບັນດາຄອບຄົວ ປີໃໝ່ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມສະຫງົບສຸກ ແລະ ມີແຕ່ສິ່ງດີໆເຂົ້າມາໃນຊີວິດ.


ຕອບກັບ

ຂ່າວ/ບົດ​ອື່ນ