ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບລັດຖະມົນຕີການຕ່າງປະເທດ ອົດສະຕາລີ

(VOVWORLD) - ໂດຍສືບຕໍ່ການຢ້ຽມຢາມ ແລະ ເຮັດວຽກຢູ່ ອົດສະຕາລີ, ວັນທີ 30 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ພົບປະກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Julie Bishop ຮອງປະທານພັກເສລີກຳອຳນາດອົດສະຕາລີ.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບລັດຖະມົນຕີການຕ່າງປະເທດ ອົດສະຕາລີ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Julie Bishop

ກ່າວຄຳເຫັນທີ່ການພົບປະ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ສະເໜີ 2 ຝ່າຍເພີ່ມທະວີການຮ່ວມມື, ສົມທົບກັນແລກປ່ຽນຢ່າງແໜ້ນແຟ້ນ ກ່ຽວກັບບັນດາບັນຫາພາກພື້ນ ແລະ ໂລກ ຊຶ່ງ 2 ປະເທດມີທັດສະນະເຊັ່ນດຽວກັນ ແລະ ຜົນປະໂຫຍດລວມ, ໃນນັ້ນ ມີການປັບປຸງໂຄງປະກອບພາກພື້ນ, ຊຸກຍູ້ວິວັດທະນາການຫັນການຄ້າເສລີ ແລະ ຮ່ວມສຳພັນເສດຖະກິດ. ເນັ້ນໜັກວ່າປີ 2018, 2 ປະເທດຈະສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ.

        ກ່ຽວກັບຝ່າຍ ອົດສະຕາລີ, ທ່ານນາງລັດຖະມົນຕີກະຊວງການຕ່າງປະເທດ ອົດສະຕາລີ Julie Bishop ຫວັງວ່າ ເມື່ອຮອດເດືອນ ມີນາ 2018,  2 ປະເທດຈະຍົກລະດັບການພົວພັນຂຶ້ນສູ່ລະດັບຄູ່ຮ່ວມມືຍຸດທະສາດ. ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ ຊົມເຊີຍ ຫວຽດນາມ ນຳເນືື້ອໃນກ່ຽວກັບທະເລຕາເວັນອອກເຂົ້າໃນບັນດາເວທີປາໄສພາກພື້ນ, ທ່ານນາງ Julie Bishop ຢືນຢັນວ່າ ອົດສະຕາລີ ສະໜັບສະໜູນການແກ້ໄຂບັນດາການຂັດແຍ້ງກັນດ້ວຍສັນຕິວິທີ, ປາດຖະໜາຢາກໃຫ້ບັນດາຝ່າຍແກ້ໄຂການຂັດແຍ້ງກັນບົນພື້ນຖານການເຈລະຈາ, ເຄົາລົບກົດໝາຍສາກົນ, ໃນນັ້ນ ມີສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ 1982 (UNCLOS).

ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ພົບປະກັບລັດຖະມົນຕີການຕ່າງປະເທດ ອົດສະຕາລີ - ảnh 2

        ແລະກໍ່ໃນວັນທີ 30 ພະຈິກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ພົບປະກັບຜູ້ມີອຳນາດເຕັມ ອົດສະຕາລີ ທ່ານ Peter Cosgrove. ທີ່ການພົບປະ, ທ່ານນາງ ຫງວຽນທິກິມເງິນ ເນັ້ນໜັກວ່າ ການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ມີຄວາມໝາຍສຳຄັນ, ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສະພາແຫ່ງຊາດ ຫວຽດນາມ ທີ່ປາດຖະໜາຢາກປັບປຸງ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຮອບດ້ານເພີ່ມທະວີລະຫວ່າງ 2 ປະເທດ ແລະ ການພົວພັນຮ່ວມມືຢ່າງແໜ້ນແຟ້ນລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດອົດສະຕາລີ ໃຫ້ເລິກເຊິ່ງກ່ວາອີກ.

ຕອບກັບ

ຂ່າວ/ບົດ​ອື່ນ