ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິ​ມ​ເງິນ ໄດ້​ເຂົ້າ​ຮ່ວມ​ລາຍ​ການ “ລະ​ດູ​ບານ​ໃໝ່​ ​ຢູ່​ເຂ​ດ​ຊ​າຍ​ແດນ​ອົບ​ອຸ່ນໄປ​ດ້ວຍ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ”

(VOVWORLD) -ລາຍການພົບປະແລກປ່ຽນ ສິລະປະ “ລະດູບານໃໝ່ຢູ່ເຂດຊາຍແດນອົບອຸ່ນໄປດ້ວຍຈິດໃຈປະຊາຊົນ” ປີ 2020 ໂດຍອົງຄະນະພັກ, ກອງບັນຊາການທະຫານເຂດຊາຍແດນສົບທົບກັບສະຫະພັນ ແມ່ຍິງ ຫວຽດນາມ ແລະ ແຂວງ ດັກລັກ ຈັດຂຶ້ນໃນຕອນຄ່ຳວັນທີ 14 ມັງກອນ, ຢູ່ຕາແສງເຂດຊາຍແດນ ກຣົງນາ, ເມືອງບວນໂດນ, ແຂວງ ດັກລັກ. 
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິ​ມ​ເງິນ ໄດ້​ເຂົ້າ​ຮ່ວມ​ລາຍ​ການ “ລະ​ດູ​ບານ​ໃໝ່​ ​ຢູ່​ເຂ​ດ​ຊ​າຍ​ແດນ​ອົບ​ອຸ່ນໄປ​ດ້ວຍ​ຈິດ​ໃຈ​ຂອງ​ປະ​ຊາ​ຊົນ” - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນມອບຂອງຂວັນໃຫ້ແກ່ບັນດາຄອບຄົວປະສົບກັບຄວາມຫຍຸ້ງຍາກ ແລະ ທຶນການສຶກສາ ໃຫ້ແກ່ນ້ອງນັກຮຽນ 

ກ່າວຄຳເຫັນທີ່ລາຍການ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ເນັ້ນໜັກວ່າ: ລາຍການມີຄວາມໝາຍວັດທະນະທຳມະນຸດທີ່ເລິກເຊິງ, ນຳເອົາຄວາມເບີກບານມ່ວນຊື່ນມາໃຫ້ພໍ່ແມ່ພີ່ນ້ອງເຂດຊາຍແດນຢູ່ບັນດາແຂວງ, ນະຄອນໃນທົ່ວປະເທດ. ທ່ານນາງ ຫງວຽນທິກິມເງິນ ກ່າວວ່າ:

ຂ້າພະເຈົ້າຕີລາຄາສູງ ຕໍ່ວຽກງານນີ້ຂອງ ບັນດາກົມກອງ ທີ່ໄດ້ເສີມຂະຫຍາຍບັນດາຄຸນນະທາດອັນດີງາມຂອງ “ທະຫານລຸງໂຮ່”, ເຊິ່ງໄດ້ກຳເນີດຂຶ້ນຈາກປະຊາຊົນ, ຮັບໃຊ້ປະຊາຊົນ, ເພື່ອປະຊົນຊົນ, ສະໜິດຕິດພັນກັບປະຊາຊົນຢ່າງແໜ້ນແຟ້ນ. ຂ້າພະເຈົ້າຫວັງວ່າ ລາຍການນີ້ຈະສືບຕໍ່ໄດ້ຮັບການຮັກສາ, ນັບມື້ນັບມີຫຼາຍການເຄື່ອນໄຫວທີ່ມີຄວາມໝາຍກ່ວານີ້ອີກ.

ທ່ານນາງປະທານສະພາແຫ່ງຊາດ ມີຄວາມປາດຖະໜາວ່າ ແຂວງ ດັກລັກຈະຍາດແຍ່ງບັນດານະໂຍບາຍຂອງ ລັດກ່ຽວກັບການພັດທະນາເສດຖະກິດ - ສັງຄົມ ໃຫ້ແກ່ ເຂດ ພໍ່ແມ່ປະຊາຊົນ ຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງໃຫ້ເປັນຢ່າງດີ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງ, ກາຍເປັນແຂວງຊາຍແດນທີ່ມີສະຖຽນລະພາບດ້ານການເມືອງ, ພັດທະນາກ່ຽວກັບເສດຖະກິດ, ມີຄວາມໝັ້ນຄົງເຂັ້ມແຂງກ່ຽວກັບການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ຊີວິດທາງດ້ານວັດຖຸ ແລະ ຈິດໃຈ ຂອງ ປະຊາຊົນ ໄດ້ຮັບການຍົກສູງຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ