ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບບັນດາຜູ້ແທນຄະນະບໍລິຫານງານສະພາສັນຕິພາບໂລກ

(VOVWORLD) - ຕອນບ່າຍວັນທີ 24 ພະຈິກ, ຢູ່ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ໃຫ້ການ ເງິນຕ້ອນຮັບບັນດາຜູ້ແທນຄະນະບໍລິຫານງານສະພາສັນຕິພາບໂລກ

ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບບັນດາຜູ້ແທນຄະນະບໍລິຫານງານສະພາສັນຕິພາບໂລກ - ảnh 1 ທ່ານນາງປະທານສະພາແຫ່ງຊາດຕ້ອນຮັບບັນດາຜູ້ແທນຄະນະບໍລິຫານງານສະພາສັນຕິພາບໂລກ

(ພາບ: TTXVN)

ແລະ ບັນດາຄະນະຜູ້ແທນມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະພາສັນຕິພາບ ໂລກ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຊີ້ແຈ້ງວ່າ, ຍາມໃດ ຫວຽດນາມກໍ່ສະເໝີຕົ້ນສະເໝີປາຍໃນການປະຕິບັດແນວທາງພົວພັນຕ່າງປະເທດເປັນເອກະລາດ, ເປັນເຈົ້າຕົນເອງ, ສັນຕິພາບ, ມິດຕະພາບ ແລະ ພັດທະນາ, ຫັນການພົວພັນເປັນຫຼາຍຝ່າຍ, ຫຼາຍຮູບຫຼາຍແບບ, ເປັນເຈົ້າການ ແລະ ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນ.

        ຕີລາຄາສູງບົດບາດ ແລະ ການເຄື່ອນໄຫວຕ່າງໆຂອງສະພາ ແລະ ບັນດາອົງການສະມາຊິກ,ໃນນັ້ນມີຄະນະກຳມະການສັນຕິພາບ ຫວຽດນາມ, ທ່ານນາງ ຫງວຽນທິກິມເງິນ ຫວັງວ່າສະພາຈະມີການປະກອບສ່ວນຢ່າງຕັ້ງໜ້າໃນການເຕົ້າໂຮມບັນດາກຳລັງປະຊາທິປະໄຕກ້າວໜ້າ ຕໍ່ສູ້ເພື່ອສັນຕິພາບ, ຄວາມສາມັກຄີ, ສະຖຽນລະພາບ ແລະ ການພັດທະນາບັນດາຊາດ.

        ສ່ວນທ່ານປະທານສະພາສັນຕິພາບໂລກ Socorro Gomez ຖືວ່າ, ເຖິງວ່າມາຈາກຫຼາຍປະເທດທີ່ແຕກຕ່າງກັນກໍ່ຕາມ, ແຕ່ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມທຸກຄົນ, ດ້ວຍເປົ້າໝາຍລວມແມ່ນສູ້ຊົນເພື່ອສັນຕິພາບຢູ່ໃນໂລກ. ທ່ານປະທານສະພາສັນຕິພາບໂລກ ຫວັງວ່າຈະໄດ້ກັບມາ ຫວຽດນາມ ເພື່ອພ້ອມກັບປະຊາຊົນ ຫວຽດນາມ ສືບຕໍ່ຕໍ່ສູ້ເພື່ອສັນຕິພາບຢູ່ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ