ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ

(VOVWORLD) -ສະພາປະຊາຊົນຈະສືບຕໍ່ຖືເປັນສຳຄັນ ແລະ ຍົກສູງບົດບາດການເຄື່ອນໄຫວຕິດຕາມກວດກາ ແລະ ມີການລົງທຶນ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເຂົ້າຮ່ວມກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ - ảnh 1 ທີ່ກອງປະຊຸມ

(ພາບ: TTXVN)

ຕອນເຊົ້າວັນທີ 28 ທັນວາ, ຢູ່ແຂວງກວາງຈິ, ໄດ້ດຳເນີນກອງປະຊຸມຄະນະປະຈຳສະພາປະຊາຊົນບັນດາແຂວງທາງທິດເໜືອພາກກາງ ຄັ້ງທີ 7, ອາຍຸການ 2016 – 2021 ດ້ວຍຫົວຂໍ້ວ່າ: “ບົດບາດຂອງສະພາປະຊາຊົນໃນການຕິດຕາມກວດກາການປະຕິບັດກົດໝາຍຢູ່ທ້ອງຖິ່ນ - ສະພາບຕົວຈິງ ແລະ ມາດຕະການແກ້ໄຂ”. ກ່າວຄຳເຫັນນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ປາດຖະໜາວ່າ, ສະພາປະຊາຊົນຈະສືບຕໍ່ຖືເປັນສຳຄັນ ແລະ ຍົກສູງບົດບາດການເຄື່ອນໄຫວຕິດຕາມກວດກາ ແລະ ມີການລົງທຶນ, ຄົ້ນຄວ້າເພື່ອກະກຽມໃຫ້ແກ່ລາຍການ, ແຜນການຕິດຕາມກວດກາໃຫ້ເປັນຢ່າງດີທີ່ສຸດ… ພ້ອມກັນນັ້ນ, ກໍ່ສືບຕໍ່ປ່ຽນແປງໃໝ່ ແລະ ເປັນເຈົ້າການ, ປະດິດ ສ້າງ, ສ້າງຄວາມເປັນເຈົ້າການ, ການປະດິດຄິດສ້າງຂອງບັນດາອົງການໃນການຜັນຂະຫຍາຍການປະຕິບັດໜ້າທີ່. ທ່ານນາງ ຫງວຽນທິກິມເງິນ, ກ່າວວ່າ.

          “ເພີ່ມທະວີການຕິດຕາມກວດກາຫົວເລື່ອງສະເພາະ, ແກ້ໄຂບັນດາບັນຫາຂ້ອງຄາໃຈຂອງຜູ້ມີສິດເລືອກຕັ້ງ, ຂ້າພະເຈົ້າສະເໜີໃຫ້ສະພາປະຊາຊົນ ຄວນມີການສົມທົບກັບບັນດາຄະນະສະມາຊິກສະພາແຫ່ງຊາດ ເພື່ອຜັນຂະຫຍາຍບັນດາຫົວເລື່ອງທີ່ຕ້ອງການຕິດຕາມກວດກາຢ່າງຄົບຊຸດ, ເປັນເອກະພາບກັນ. ໃນກໍລະນີທີ່ຈຳເປັນ, ສາມາດປະກາດໃຊ້ມະຕິກ່ຽວກັບບົດສະຫຼຸບການຕິດຕາມກວດກາ ຫຼື ສະພາປະຊາຊົນເປັນເສນາທິການໃຫ້ຄະນະປະຈຳອົງຄະນະພັກປະກາດໃຊ້ບົດສະຫຼຸບ ເພື່ອເພີ່ມທະວີລັກສະນະນິຕິກຳ ແລະ ບົດບາດຊີ້ນຳນຳພາຂອງພັກ ສຳລັບອົງການຮັບຜິດຊອບການຕິດຕາມກວດກາໃນການປະຕິບັດຂໍ້ສະເໜີແນະຕິດຕາມກວດກາ. ສືບຕໍ່ປ່ຽນແປງໃໝ່ ແລະ ເພີ່ມທະວີການເຄື່ອນໄຫວຊັກຖາມ, ຕອບຄຳຊັກຖາມ…”

ຕອບກັບ

ຂ່າວ/ບົດ​ອື່ນ