ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ພົບປະ ກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

(VOVWORLD) - ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕີລາຄາສູງບົດບາດເປັນປະທານ ອາຊຽນ, ປະທານ AIPA 41 ຂອງຫວຽດນາມ ໃນປີ 2020 ແລະ ຖືວ່າ: ຫວຽດນາມ ໄດ້ມີບັນດາວິທີເຮັດຢ່າງມີຫົວຄິດປະດິດສ້າງ, ຖືບົດບາດຂອງແມ່ຍິງເປັນສຳຄັນດ້ວຍເລື່ອງຈັດຕັ້ງກອງປະຊຸມສຸດຍອດການນຳຍິງ ອາຊຽນ ໃນເດືອນພະຈິກຜ່ານມາ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ພົບປະ ກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ພົບປະ ກັບທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ

ພາບ:vietnam+

ຕອນບ່າຍວັນທີ 6 ທັນວາ ຢູ່ ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ມີການພົບປະກັບ ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ. ກ່າວຄຳເຫັນນະທີ່ນີ້ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ນັບມື້ນັບມີຄວາມແຫນ້ນແຟ້ນ, ສອງຝ່າຍໄດ້ສົມທົບກັນເປັນຢ່າງດີໃນບັນດາການເຄື່ອນໄຫວຂອງສະພາແຫ່ງຊາດແຕ່ລະປະເທດ ພິເສດ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ, ສາກົນ ຄື: IPU, APPF ພ້ອມທັງສະແດງຄວາມຂອບອົກຂອບໃຈ ສປປ ລາວ ທີ່ໄດ້ສະຫນັບສະຫນູນ, ເຂົ້າຮ່ວມບັນດາການເຄື່ອນໄຫວຂອງອາຊຽນ, AIPA ໃນປີ 2020 ໂດຍຫວຽດນາມ ເປັນປະທານ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນ: ສະພາແຫ່ງຊາດຫວຽດນາມ ຈະສົມທົບຢ່າງແຫນ້ນແຟ້ນກັບສະພາແຫ່ງຊາດ ລາວ ສືບຕໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ລັດຖະບານສອງປະເທດ ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ, ເພີ່ມທະວີການສົມທົບຕິດຕາມການປະຕິບັດບັນດາຂໍ້ຕົກລົງຮ່ວມມືລະຫວ່າງສອງລັດຖະບານເພື່ອໃຫ້ສຳເລັດຕາມການກຳນົດເວລາບັນດາໂຄງການຈຸດສຸມ ຊື່ງເປັນສັນຍາລັກຂອງການພົວພັນລະຫວ່າງສອງປະເທດ, ໃນນັ້ນ ມີໂຄງການກໍ່ສ້າງສຳນັກງານສະພາແຫ່ງຊາດລາວ ຫລັງໃຫມ່.

 ທ່ານ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ຕີລາຄາສູງບົດບາດເປັນປະທານ ອາຊຽນ, ປະທານ AIPA 41 ຂອງຫວຽດນາມ ໃນປີ 2020 ແລະ ຖືວ່າ: ຫວຽດນາມ ໄດ້ມີບັນດາວິທີເຮັດຢ່າງມີຫົວຄິດປະດິດສ້າງ, ຖືບົດບາດຂອງແມ່ຍິງເປັນສຳຄັນດ້ວຍເລື່ອງຈັດຕັ້ງກອງປະຊຸມສຸດຍອດການນຳຍິງ ອາຊຽນ ໃນເດືອນພະຈິກຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ