ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ເນປານ

(VOVWORLD) -ຕອນບ່າຍວັນທີ 11 ພຶດສະພາ, ຢູ່ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີເນປານ Prasad Sharma Oli.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ພົບປະກັບທ່ານນາຍົກລັດຖະມົນຕີ ເນປານ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ທ່ານນາຍົກລັດຖະມົນຕີເນປານ Prasad Sharma Oli (ພາບ: baochinhphu.vn)

ນະທີ່ນີ້ ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈເມື່ອເຫັນວ່າ ນັບແຕ່ເມື່ອສ້າງຕັ້ງການພົວພັນທາງການທູດ ໃນປີ 1975 ມາຮອດປັດຈຸບັນ, ການພົວພັນລະຫວ່າງຫວຽດນາມ - ເນປານ ໄດ້ພັດທະນາຢ່າງຈົບການ, ການພົວພັນດ້ານການເມືອງ, ການຕ່າງປະເທດ ນັບມື້ນັບພັດທະນາຢ່າງແຮງ. ຫວຽດນາມ ແລະ ເນປານ ໄດ້ແບ່ງປັນບັນດາທັດສະນະຄ້າຍຄືກັນ ກ່ຽວກັບປະຫວັດສາດ, ວັດທະນະທໍາ, ພິເສດແມ່ນພຸດທະສາສະໜາ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຊີ້ແຈ້ງວ່າ ສະພາແຫ່ງຊາດຫວຽດນາມ ສະໜັບສະໜູນ ແລະ ພ້ອມແລ້ວທີ່ຈະສ້າງກອບນິຕິກໍາອັນສະດວກ ເພື່ອແນໃສ່ຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ, ໂດຍສະເພາະ ແມ່ນຊຸກຍູ້ການປະຕິບັດໝາກຜົນທີ່ບັນລຸໄດ້ໃນການເຈລະຈາລະຫວ່າງນາຍົກລັດຖະມົນຕີສອງປະເທດ ແລະ ບັນດາຂໍ້ຕົກລົງຮ່ວມມືທີ່ບັນລຸໄດ້ໃນຂອບເຂດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຖືວ່າ, ຖ້າຫາກມີສາຍການບິນສະດວກ, ແນ່ນອນວ່າ ຈະດຶງດູດແຂກທ່ອງທ່ຽວມາ ທ່ຽວຫວຽດນາມ ແລະ ເນປານ ເປັນຈໍານວນຫຼວງຫຼາຍ.


ຕອບກັບ

ຂ່າວ/ບົດ​ອື່ນ