ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຍັງ ຈຽງຊູ, ເລີ່ມຕົ້ນການຢ້ຽມຢາມ ຈີນ ຢ່າງເປັນທາງການ

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ລູເຂົາ, ນະຄອນໜານຈິງ, ແຂວງຈຽງຊູ, ປະເທດຈີນ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດປະຊາຊົນ ຈີນ ຢ່າງເປັນທາງການ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຍັງ ຈຽງຊູ, ເລີ່ມຕົ້ນການຢ້ຽມຢາມ ຈີນ ຢ່າງເປັນທາງການ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄປຮອດສະໜາມບິນສາກົນ ລູເຂົາ, ນະຄອນໜານຈິງ, ແຂວງຈຽງຊູ, ປະເທດຈີນ (ພາບ: TTXVN)

ຕອນບ່າຍວັນທີ 08 ກໍລະກົດ (ຕາມເວລາທ້ອງຖິ່ນ), ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດຫວຽດນາມ ໄດ້ໄປຮອດສະໜາມບິນສາກົນ ລູເຂົາ, ນະຄອນໜານຈິງ, ແຂວງຈຽງຊູ, ປະເທດຈີນ ເລີ່ມຕົ້ນການຢ້ຽມຢາມ ສາທາລະນະລັດປະຊາຊົນ ຈີນ ຢ່າງເປັນທາງການ ຕາມຄໍາເຊື້ອເຊີນຂອງທ່ານ ລີຈານຊູ ກໍາມະການໃຫຍ່ຄະນະປະຈໍາສະພາຜູ້ແທນປະຊາຊົນແຫ່ງຊາດຈີນ.

        ໃນຂອບເຂດການຢ້ຽມຢາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຈະປຶກສາຫາລືກັບການນໍາຂັ້ນສູງ ຈີນ ກ່ຽວກັບບັນດາມາດຕະການ ເພື່ອແນໃສ່ເພີ່ມທະວີການຮ່ວມມືຮອບດ້ານລະຫວ່າງສອງປະເທດໃນບັນດາຂົງເຂດການເມືອງ, ເສດຖະກິດ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການສຶກສາ, ແລກປ່ຽນປະຊາຊົນ, ການຮ່ວມມືລະຫວ່າງທ້ອງຖິ່ນສອງປະເທດ, ການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍ ແລະ ແລກປ່ຽນກ່ຽວກັບບັນດາບັນຫາສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຍັງຈະເຂົ້າຮ່ວມການເຄື່ອນໄຫວ “ສັບປະດາວັດທະນະທໍາຫວຽດນາມ ຢູ່ ຈີນ ເພື່ອໂຄສະນາເຜີຍແຜ່ກ່ຽວກັບພື້ນຖານວັດທະນະທໍາທີ່ເຂັ້ມຂຸ້ນໄປດ້ວຍສີສັນຂອງຫວຽດນາມ ແລະ ໄມຕີຈິດມິດຕະພາບ ຫວຽດນາມ - ຈີນ; ຊຸກຍູ້ການຮ່ວມມືທາງດ້ານວັດທະນະທໍາ ແລະ ການພົວພັນແລກປ່ຽນປະຊາຊົນ.


ຕອບກັບ

ຂ່າວ/ບົດ​ອື່ນ