ທ່ານນາງປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມຫງວຽ​ນ​ທິ​ກີມ​ເງິນຕ້ອນ​ຮັບ​ ທ່ານລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ແຫ່ງ ສ​ປ​ປ. ລາວ

(VOVWORLD) -      ຕອນບ່າຍວັນທີ 24 ທັນວາທີ່ ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ຕ້ອນຮັບ ທ່ານສະເຫຼີມໄຊກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວແລະຄະນະຜູ້ແທນກະຊວງການຕ່າງປະເທດລາວທີ່ໄດ້ເດີນທາງມາຢ້ຽມຫວຽດນາມຢ່າງເປັນທາງການ.
ທ່ານນາງປະ​ທານ​ສະ​ພາ​ແຫ່ງ​ຊາດຫວຽດ​ນາມຫງວຽ​ນ​ທິ​ກີມ​ເງິນຕ້ອນ​ຮັບ​ ທ່ານລັດ​ຖະ​ມົນ​ຕ​ີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ ແຫ່ງ ສ​ປ​ປ. ລາວ - ảnh 1 ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບ ທ່ານສະເຫຼີມໄຊກົມມະສິດລັດຖະມົນຕີກະຊວງການຕ່າງປະເທດແຫ່ງ ສປປ.ລາວ (ພາບ: TTXVN)

   ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຕີລາຄາສູງຕໍ່ການມາຢ້ຽມຢາມ ຫວຽດນາມຂອງ ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມດ້ວຍຄະນະຜູ້ແທນກະຊວງການຕ່າງປະເທດລາວ ແລະ ການເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງປະຈຳປີ ຂັ້ນລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ-ລາວ ຄັ້ງທີ 6, ຜ່ານນັ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ, ສົມທົບກັນຮ່ວມມືຢ່າງມີປະສິດທິຜົນກວ່າອີກ, ປະກອບສ່ວນປະຕິບັດໜ້າທີ່ສຳເລັດເປັນຢ່າງດີ ເຊິ່ງພັກ ແລະ ລັດຖະບານສອງປະເທດມີຄວາມເຊື່ອໝັ້ນມອບໝາຍໃຫ້ ໃນວຽກງານຊຸກຍູ້ສາຍພົວພັນແບບພິເສດລະຫວ່າງ ຫວຽດນາມ-ລາວ. ທ່ານ ນາງ ປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ກະຊວງການຕ່າງປະເທດຫວຽດນາມ ສືບຕໍ່ຮ່ວມມືກັນ ເພື່ອບຳລຸງສ້າງພະນັກງານການຕ່າງປະເທດໃຫ້ແກ່ລາວ; ດ້ານການທູດເສດຖະກິດ, ສອງຝ່າຍຄວນຈັດຕັ້ງບັນດາການສຳມະນາ ໂດຍແນໃສ່ການແບ່ງປັນບັນດາບົດຮຽນທີ່ປະສົບຜົນສຳເລັດ, ກໍ່ຄືບັນດາບົດຮຽນທີ່ລົ້ມເຫຼວ ເພື່ອພ້ອມກັນຖອດຖອນບົດຮຽນ.

ສ່ວນທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດລາວ ໄດ້ສະແດງຄວາມຍິນດີຕໍ່ກັບຫວຽດນາມ ໄດ້ຮັບຕຳແໜ່ງເປັນປະທານອາຊຽນປີ 2020, ປະທານ AIPA 41, ທ່ານລັດຖະມົນຕີກະຊວງການຕ່າງປະເທດລາວຢັ້ງຢືນວ່າ: ລາວຈະເຮັດສຸດຄວາມສາມາດຂອງຕົນໃນການສົມທົບກັນ, ໜູນຊ່ວຍຫວຽດນາມປະຕິບັດໃຫ້ສຳເລັດໜ້າທີ່ວຽກງານຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ