ທ່ານນາງປະທານສະພາແຫ່ງຊາດຫວຽດນາມອວຍພອນບຸນເຕັດການນຳສະພາແຫ່ງຊາດແລະຫ້ອງວ່າການສະພາແຫ່ງຊາດ

(VOVWORLD) -ຕອນເຊົ້າວັນທີ 31 ມັງກອນ ຢູ່ ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ພົບປະ, ອວຍພອນບຸນເຕັດບັນດາທ່ານຮອງປະທານສະພາແຫ່ງຊາດ, ສະມາຊິກຄະນະປະຈຳສະພາແຫ່ງຊາດ, ຫ້ອງວ່າການສະພາແຫ່ງຊາດ ພ້ອມກັບພະນັກງານ, ລັດຖະກອນ, ຄົນງານໃນຫ້ອງວ່າການສະພາແຫ່ງຊາດ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມອວຍພອນບຸນເຕັດການນຳສະພາແຫ່ງຊາດແລະຫ້ອງວ່າການສະພາແຫ່ງຊາດ  - ảnh 1  ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ອວຍພອນບຸນເຕັດບັນດາພະນັກງານໃນບັນດາອົງການຂອງສະພາແຫ່ງຊາດ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກີມເງິນ ຍ້ອງຍໍ ແລະ ຕີລາຄາສູງບັນດາໝູ່ຄະນະ, ສ່ວນບຸກຄົນໃນບັນດາອົງການຂອງສະພາແຫ່ງຊາດ ໄດ້ປະຕິບັດສຳເລັດຫນ້າທີ່ທີ່ໄດ້ຮັບການມອບໝາຍໃນປີ 2018. ເນື່ອງໃນໂອກາດປີໃຫມ່ປີກຸນ ທ່ານນາງປະທານສະພາແຫ່ງຊາດ ອວຍພອນໃຫ້ບັນດາການນຳສະພາແຫ່ງຊາດ, ພະນັກງານ, ລັດຖະກອນ, ຄົນງານໃນບັນດາອົງການຂອງສະພາແຫ່ງຊາດ ພ້ອມດ້ວຍຄອບຄົວຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ, ບັນລຸຜົນສຳເລັດຫລາຍຢ່າງ, ສືບຕໍ່ມານະພະຍາຍາມປະຕິບັດວຽກງານຢ່າງມີປະສິດທິຜົນກວ່າໃນປີ 2019. ສະພາແຫ່ງຊາດສືບຕໍ່ແມ່ນກຸ່ມກ້ອນສາມັກຄີ, ປະຕິບັດຫນ້າທີ່ທີ່ໄດ້ຮັບການມອບໝາຍເປັນຢ່າງດີ, ປະກອບສ່ວນພັດທະນາເສດຖະກິດ ສັງຄົມຂອງປະເທດຊາດເວົ້າລວມ.

ຕອບກັບ

ຂ່າວ/ບົດ​ອື່ນ