ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍເຮັດວຽກຢູ່St-Peperburg,ລັດເຊຍ

ທ່ານນາງຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງເຈືອງທິມາຍເຮັດວຽກຢູ່St-Peperburg,ລັດເຊຍ - ảnh 1
ທ່ານ​ນາງ​ ​ເຈືອງ​ທິມາຍ ​ໄດ້​ຢ້ຽມຢາມ ​
ແລະ ​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ໂຮ່ຈີ​ມິນ
(ພາບອິນເຕີແນັດ)

(vovworld) - ​ ​ໃນ​ຂອບ​ເຂດການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະຫະພັນ ລັດ​ເຊຍ, ວັນ​ທີ 14/09 ທ່ານ​ນາງ​ຫົວໜ້າ​ຄະນະ​ຂົນຂວາຍ​ປະຊາຊົນສູນ​ກາງ ​ເຈືອງ​ທິມາຍ ​ໄດ້​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສະ​ຖາ​ບັນ​ໂຮ່ຈີ​ມິນ ທີ່ຂຶ້ນ​ກັບ​ມະຫາວິທະຍາ​ໄລສັງ​ລວມ St. Peterburg. ທີ່​ການ​ເຮັດ​ວຽກ ທ່ານ​ນາງ​ ​ເຈືອງ​ທິມາຍ ​​ໄດ້​ຮັບ​ຟັງ​ສາດສະດາຈານ Vladimir Kolotov ຫົວໜ້າ​ສະ​ຖາ​ບັນ​ໂຮ່ຈີ​ມິນ ລາຍ​ງານ​ກ່ຽວ​ກັບ​ວິວັດ​​ແຫ່ງ​​ການ​ສ້າງ​ຕັ້ງ ​ແລະ ​ພັດທະນາ​ຂອງ​ສະ​ຖາ​ບັນ. ຕາມ​ທ່ານ ສາດສະດາຈານ Vladimir Kolotov ​ແລ້ວ, ນີ້​ແມ່ນ​ໂຄງການ​ລວມລະຫວ່າງມະຫາວິທະຍາ​ໄລສັງ​ລວມ St. Peterburg ​ແລະ ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ​ໂຮ່ຈີ​ມິນ ທີ່ໄດ້​ຮັບ​ການປະຕິບັດນັບ​​ແຕ່​ປີ 2010. ພາຍຫລັງ​​ເຄື່ອນ​ໄຫວ​ເປັນ​ເວລາ 6 ປີ, ສະ​ຖາ​ບັນ​ໂຮ່ຈີ​ມິນ ​ໄດ້ສົມທົບ​ກັບ​ສະ​ຖາ​ບັນ​ການ​ເມືອງ​ແຫ່ງ​ຊາດ ​ໂຮ່ຈີ​ມິນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາຕ່າງໆ​ກ່ຽວ​ກັບ​ແນວ​ຄິດ​ໂຮ່ຈີ​ມິນ​, ​ເຕົ້າ​ໂຮມ​ພິມ​ຈຳໜ່າຍ​ເປັນ​ປື້​ມດ​້ວຍ 2 ພາສາ ລັດ​ເຊຍ ​ແລະ ຫວຽດນາມ.

            ສ່ວນທ່ານ​ນາງ ​ເຈືອງ​ທິມາຍ ຕີ​ລາຄາ​ສູງ​ຄວາມ​ມານະ​ພະຍາຍາມ​ຂອງ ​ສາດສະດາຈານ Vladimir Kolotov ​ໃນ​ການ​ກໍ່ສ້າງ​ສະ​ຖາ​ບັນ ​ໂຮ່ຈີ​ມິນ. ສະ​ຖາ​ບັນ ​ໂຮ່ຈີ​ມິນ ​ແມ່ນ​ຂົວ​ຕໍ່​ດີ​ທີ່​ສຸດ ສືບ​ຕໍ່​ປະກອບສ່ວນ​ສຳຄັນ​ເຂົ້າ​​ໃນ​ການ​ພັດທະນາ​ສາຍ​ພົວພັນ​ທີ່​ເປັນ​ມູນ​ເຊື້ອ​ຍາວ​ນານ​ມິດຕະພາບ​ລະຫວ່າງ 2 ປະ​ເທດ ຫວຽດນາມ - ສະຫະພັນ ລັດ​ເຊຍ.

ຂ່າວ/ບົດ​ອື່ນ