ທ່ານນາງຮອງປະທານ ປະເທດ Nguyen Thi Doan ເຂົ້າຢ້ຽມຄຳນັບ ທ່ານປະທານາທິບໍດີເກຼັກ

ທ່ານນາງຮອງປະທານ ປະເທດ Nguyen Thi Doan ເຂົ້າຢ້ຽມຄຳນັບ ທ່ານປະທານາທິບໍດີເກຼັກ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ພົບປະກັບ
ທ່ານປະທານາທິບໍດີ​ເກຼັກ Karolos Papoulias
( ພາບ: xaluan.com )


( vovworld ) -   ຕອນ​ບ່າຍ​ວັນ​ທີ 31/5, ຢູ່​ສຳນັກງານ​ປະທານາທິບໍດີ, ປະທານາທິບໍດີ​ເກຼັກ Karolos Papoulias ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ສສ ຫວຽດນາມ Nguyen Thi Doan ​ເຂົ້າຢ້ຽມຕາມ​ພິທີການ​ທູດ ເນື່ອງ​ໃນ​ໂອກາດ​ທ່ານນາງ​ນຳ​ໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ແມ່ຍິງ​ຄັ້ງ​ທີ 22, ​ເຊິ່ງຖືກ​ຈັດ​ຂຶ້ນຢູ່ ອາ​​ແທນ, ປະ​ເທດ​ເກຼັກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດນາມ ​ຖື​ເປັນ​ສຳຄັນ​​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ກັບ​ເກຼັກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດປາດ​ຖະໜາ​ວ່າ ສອງ​ຝ່າຍ​ເພີ່ມ​ທະວີ​ການ​ແລກປ່ຽນ​ຄະນະ​ຜູ້​ແທນທຸກຂັ້ນ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງ​ທຶນ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເຊິ່ງສອງ​ປະ​ເທດ​ມີ​ຄວາມ​ສາມາດ​ບົມຊ້ອນ​ຫຼາຍ​ຢ່າງ ​ແລະ ຮ່ວມ​ມືຢູ່​ໃນ​ບັນດາ​ເວ​ທີ​ປາ​ໄສຂອງ​ສະຫະ​ປະຊາ​ຊາດ ​ແລະ ບັນດາ​ເວທີ​ປາ​ໄສ​ສາກົນ​ຢ່າງ​ແໜ້ນ​ແຟ້ນ. ​ແບ​່ງປັນ​ຄວາມ​ຫຍຸ້ງຍາກ ​ແລະ ສິ່ງ​ທ້າທາຍ​ຫຼາຍ​ຢ່າງເຊິ່ງລັດຖະບານ ​ແລະ ປະຊາຊົນ​ເກຼັກ ພວມຕ້ອງປະ​ເຊີນ​ໜ້າ. ທ່ານ​ປະທານາທິບໍດີ​ເກຼັກ Karolos Papoulias​ ສະ​ແດງ​ຄວາມເຊື່ອ​ໝັ້ນ​​ຕໍ່ແງ່​ຫວັງອັນ​ດີງາມ​ຂອງ​ການ​ພົວພັນ​ລະຫວ່າງ​ສ​ອງປະ​ເທດ ​ແລະ ຢືນຢັນ​ວ່າ ​ເກຼັກ ພ້ອມ​ແລ້ວ​ທີ່​ຈະຮ່ວມ​ມືກັບ​ຫວຽດນາມ ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ພັດທະນາ​ຢ່າງ​ແຂງ​ແຮງ​ໃນ​ທຸກໆ​ຂົງ​ເຂດ, ຕອບ​ສະ​ໜອງ​ຄວາມມຸ້ງ​ມາດ​ປາດ​ຖະໜາ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ.

        ກອນ​ໜ້າ​ນັ້ນ, ​ໃນຕອນ​ເຊົ້າ​ວັນ​ທີ 31/5, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ Nguyen Thi Doan ​ໄດ້​ເປັນ​ປະທານ​ເວທີ​ວິ​ປາ​ໄສວິສາ​ຫາ​ກິດຫວຽດນາມ - ​ເກຼັກ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ໄດ້​ຢືນຢັນ​ວ່າ ບັນດາ​ວິ​ສາ​ຫະກິດ, ນັກ​ລົງທຶນ​ຕ່າງປະ​ເທດ, ​ໃນ​ນັ້ນ​ມີ​ເກຼັກ,​ ລົງທຶນ​ດຳ​ເນີນ​ທຸ​ລະກິດ​ຢູ່​ຫວຽດນາມ ​ໄດ້ຮັບ​ຖື​ວ່າ​ແມ່ນ​ພາກສ່ວນ​ໜື່ງຂອງ​ພື້ນຖານ​ເສດ​ຖະກິດ​ຫວຽດນາມ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ກໍ​ຢືນຢັນ​ກ​ວ່າ ຫວຽດນາມຈະ​ສືບ​ຕໍ່​ສຳ​ເລັດ​ລະບອບ​ກົດໝາຍ ​ແລະ ປະຕິ​ຮູບ​ລະບຽບ​ການ​ດ້ານບໍລິຫານ ​ເພື່​ອ​ແນ​ໃສ່​ສ້າງ​ສະພາບ​ແວດ​ລ້ອມ​ທີ່​​ໂປ່​ງ​ໃສ, ກະຈາ​ງ​ແຈ້ງ ​ແລະ ສະດວກ​ສະບາຍ​ກ່ວາ​ອີກ​ໃຫ້​ແກ່​ບັນດາ​ນັກ​ລົງທຶນ.

ຂ່າວ/ບົດ​ອື່ນ