ທ່ານນາງຮອງປະທານ ສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຫົວໜ້າອົງການກວດສອບບັນຊີ Bhutan

ທ່ານນາງຮອງປະທານ ສະພາແຫ່ງຊາດ ຫງວຽນທິກິມເງິນ ຕ້ອນຮັບຫົວໜ້າອົງການກວດສອບບັນຊີ Bhutan - ảnh 1
(ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ
ຕ້ອນຮັບ​ຫົວໜ້າ​ອົງການ​ກວດ​ສອບ​ບັນຊີ Bhutan)


(vovworld) –  ທີ່​ການ​ຕ້ອນຮັບ​​ທ່ານຫົວໜ້າ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລາຊະ​ອານາຈັກ Bhutan, Dasho Ugen Chewang, ​ໃນ​ຕອນ​ບ່າຍ​ວັນ​ທີ 05/08, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້​ຕີ​ລາຄາ​ສູງ​ການ​ພົວພັນ​ຮ່ວມ​ມືອັນ​ດີງາມ 2 ຝ່າຍ​ ​ລະຫວ່າງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ແລະ ອົງການ​ກວດ​ສອບ​ບັນຊີແຫ່ງ​ລາຊະ​ອານາຈັກ Bhutan. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຢືນຢັນ​ວ່າ, ນັບ​ແຕ່​ເມື່ອ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ​ຢ່າງ​ເປັນ​ທາງ​ການ​​ເມື່ອ​ວັນ​ທີ 19/01/2012 ມາ​ຮອດ​ປະຈຸ​ບັນ, ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ແລະ ອົງການ​ກວດ​ສອບ​ບັນຊີແຫ່ງ​ລາຊະ​ອານາຈັກ Bhutan ​ໄດ້​ເປັນ​ເຈົ້າ​ການ, ຕັ້ງໜ້າສ້າງ​ຕັ້ງ​ການ​ພົວພັນ​ຮ່ວມ​ມື​ຜ່ານ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນຂັ້ນ​ສູງ, ​ແບ່ງປັນ​ບົດຮຽນ​ດ້ານ​ວິຊາ​ການ​​ໃນ​ຂົງ​ເຂດ​ການກວດ​ສອບ​ບັນຊີ​ສາທາລະນະ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະ​ເໜີວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ແລະ ອົງການ​ກວດ​ສອບ​ບັນຊີແຫ່ງ​ລາຊະ​ອານາຈັກ Bhutan ຈະສືບ​ຕໍ່​ແລກປ່ຽນ​ຂໍ້​ມູນ​​ຕື່ມ​ອີກ ​ແລະ ຄົ້ນຄວ້າ​ບົດຮຽນ​ເຊິ່ງກັນ ​ແລະ ກັນ​ເພື່ອ​ຮັບ​ໃຊ້​ວຽກ​ງານ​ປັບປຸງ​ກົດໝາຍ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ເຊື່ອ​ໝັ້ນ​ວ່າ ​ໃນ​ໄລຍະ​ຈະ​ມາ​ເຖິງ, ການ​ພົວພັນ​ຮ່ວມ​ມື​ລະຫວ່າ​ງ 2 ປະ​ເທດ​ຫວຽດນາມ - Bhutan ​ເວົ້າ​ລວມ ​ແລະ 2 ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ເວົ້າ​ສະ​ເພາະ ຈະ​ນັບ​ມື້​ນັບ​ພັດທະນາ​ຢ່າງ​ມີ​ປະສິດທິ​ຜົນ,  ຜ່ານ​ນັ້ນ​ເພີ່ມ​ທະວີ​ຄວາມ​ສາມັກຄີ ​ແລະ ຄວາມ​ເຂົ້າ​ໃຈ​ລະຫວ່າງປະຊາ​ຊົນ 2 ປະ​ເທດ.

        ທ່ານຫົວໜ້າ​ອົງການ​ກວດ​ສອບ​ບັນຊີ Dasho Ugen Chewang ສະ​ແດງ​ຄວາມ​ປາດ​ຖະໜາ​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ແລະ ອົງການ​ກວດ​ສອບ​ບັນຊີແຫ່ງ​ລາຊະ​ອານາຈັກ Bhutan ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແລ​ກປ່ຽນ, ​ແບ່ງປັນ​ບົດ​ຮຽນ​ໃນ​ຂົງ​ເຂດ​ວິຊາ​ການ, ຊຸກຍູ້​ການຈັດ​ຕັ້ງ​ຄະນະ​ຜູ້​ແທນ 2 ປະ​ເທດ​ໄປຢ້ຽມຢາມ​ເຊິ່ງກັນ ​ແລະ ກັນ​.

ຂ່າວ/ບົດ​ອື່ນ