ທ່ານ​ນາງ​​ຮອງປະ​ທານ​ປະ​ເທດ ດັ້ງ​ທິ​ງອັກທິ້ງ ​ໄດ້​ໄປ​ຢ້ຽ​ມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ UAE ແລະ ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Nakheel ແລະ Limitless

(VOVWORLD) -  ໃນລະຫວ່າງວັນທີ 17 – 18 ມິຖຸນາ, ເນື່ອງໃນໂອກາດໄປຢ້ຽມຢາມ UAE, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ໄປຢ້ຽມຢາມ ແລະ ໂອ້ລົມກັບພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ UAE
ທ່ານ​ນາງ​​ຮອງປະ​ທານ​ປະ​ເທດ ດັ້ງ​ທິ​ງອັກທິ້ງ ​ໄດ້​ໄປ​ຢ້ຽ​ມ​ຢາມ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ UAE ແລະ ເຮັດ​ວຽກ​ກັບ​ກຸ່ມ​ບໍ​ລິ​ສັດ Nakheel  ແລະ Limitless - ảnh 1ທ່ານປະທານ ກຸ່ມບໍລິສັດ Nakheel  ແລະ Limitless ໄດ້ແນະນຳກັບ ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກ່ຽວກັບເກາະ Palm Island  ຊຶ່ງເປັນໝູ່ເກາະທຽມໃຫຍ່ທີ່ສຸດຂອງໂລກ (ພາບ: tuyengiao.vn)

ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ສະເໜີໃຫ້ທ່ານເອກອັກຄະລັດຖະທູດ ແລະ ພະນັກງານ, ພາລະກອນສະຖານທູດສືບຕໍ່ເສີມຂະຫຍາຍທ່າແຮງ ແລະ ຜົນງານທີ່ບັນລຸໄດ້, ເປັນເຈົ້າການໃນການຄົ້ນຄ້ວາ, ຕີລາຄາສະພາບການ ແລະ ເປັນເສນາທິການໃຫ້ແກ່ພັກ, ລັດ ໃນບັນດາມາດຕະການຢ່າງລະອຽດເພື່ອແນໃສ່ເພີ່ມທະວີການພົວພັນຮ່ວມມືຢ່າງຕັ້ງໜ້າກັບ UAE ໃຫ້ຫຼາຍກ່ວາເກົ່າ.

        ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ກໍ່ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບການນຳກຸ່ມບໍລິສັດ Nakheel  ແລະ Limitless. ແລກປ່ຽນກັບການນຳກຸ່ມບໍລິສັດ Nakheel , ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄດ້ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຊົມເຊີຍ ແລະ ພ້ອມແລ້ວທີ່ຈະສ້າງເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດ UAE ເພີ່ມທະວີການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ ໃນບັນດາຂົງເຂດທີ່ UAE ມີທ່າແຮງ.

ຕອບກັບ

ຂ່າວ/ບົດ​ອື່ນ