ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບການນຳຂັ້ນສູງກຸ່ມບໍລິສັດ Ford Motor, ອາເມລິກາ

(VOVWORLD) - ເລື່ອງ ຫວຽດນາມ ແລະ ອາເມລິກາ ຖະແຫຼງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ແມ່ນໂອກາດຢ່າງໃຫຍ່ຫຼວງເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ພົບປະກັບການນຳຂັ້ນສູງກຸ່ມບໍລິສັດ Ford Motor, ອາເມລິກາ - ảnh 1(ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຕ້ອນຮັບທ່ານນາງ Kay Hart, ປະທານກຸ່ມຕະຫຼາດສາກົນຂອງກຸ່ມບໍລິສັດ Ford Motor)

        ຕອນເຊົ້າວັນທີ 17 ມັງກອນ, ຢູ່ທຳນຽບປະທານປະເທດ, ທີ່ ຮ່າໂນ້ຍ, ທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ໄດ້ຕ້ອນຮັບທ່ານນາງ Kay Hart, ປະທານກຸ່ມຕະຫຼາດສາກົນ (IMG) ຂອງກຸ່ມບໍລິສັດ Ford Motor ແລະ ບັນດາສະມາຊິກຂັ້ນສູງຂອງກຸ່ມບໍລິສັດທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

        ທີ່ການຕ້ອນຮັບ, ທ່ານນາງຮອງປະທານປະເທດຖືວ່າ, ເລື່ອງ ຫວຽດນາມ ແລະ ອາເມລິກາ ຖະແຫຼງຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນປີ 2023 ແມ່ນໂອກາດຢ່າງໃຫຍ່ຫຼວງເພື່ອຊຸກຍູ້ການຮ່ວມມືລະຫວ່າງ 2 ປະເທດໃນທຸກຂົງເຂດ, ໃນນັ້ນມີ: ເສດຖະກິດ, ການຄ້າ ແລະ ການລົງທຶນ. ທ່ານນາງຖືວ່າ, ບັນດາວິສາຫະກິດຂອງ ຫວຽດນາມ ແລະ ອາເມລິກາ, ຄື: ກຸ່ມບໍລິສັດ Ford ແມ່ນບັນດາອົງການເພື່ອຫັນບັນດາຄຳໝັ້ນສັນຍາຂອງການນຳ 2 ປະເທດໃຫ້ປະກົດຜົນເປັນຈິງ. ທ່ານນາງຫວັງວ່າ, ໃນໄລຍະຈະມາເຖິງ, ກຸ່ມບໍລິສັດ Ford ຈະສືບຕໍ່ເປີດກວ້າງການຮ່ວມມື, ລົງທຶນຢູ່ ຫວຽດນາມ, ດຳເນີນການປ່ຽນແປງໃໝ່ເຕັກໂນໂລຊີຫຼາຍຢ່າງ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດຢູ່ບໍລິເວນ, ຮ່ວມເດີນທາງພ້ອມກັບ ຫວຽດນາມ ປະຕິບັດການຫັນເປັນດີຈີຕອນ, ຫັນເປັນສີຂຽວ.

        ສ່ວນທ່ານນາງ Kay Hart, ຢືນຢັນການໃຫ້ຄຳໝັ້ນສັນຍາຈະສືບຕໍ່ຄົ້ນຄວ້າໂອກາດເປີດກວ້າງ ແລະ ພັດທະນາຜະລິດຕະພັນ, ເຕັກໂນໂລຊີໃໝ່ຢູ່ ຫວຽດນາມ, ພ້ອມທັງຍູ້ແຮງບັນດາການເຄື່ອນໄຫວປະຊາຄົມ.

ຕອບກັບ

ຂ່າວ/ບົດ​ອື່ນ