ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢ້ຽມຢາມ, ມອບຂອງຂວັນຄອບຄົວເປົ້າໝາຍນະໂຍບາຍແຂວງ ກ໋ວາງນາມ

(VOVWORLD) - ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງນາມ ສືບຕໍ່ເອົາໃຈໃສ່ລົງທຶນ ໃຫ້ຂົງເຂດ ວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ
ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ຢ້ຽມຢາມ, ມອບຂອງຂວັນຄອບຄົວເປົ້າໝາຍນະໂຍບາຍແຂວງ ກ໋ວາງນາມ - ảnh 1ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ທີ່ການມອບຂອງຂວັນໃຫ້ບັນດາເປົ້າໝາຍນະໂຍບາຍແຂວງ ກ໋ວາງນາມ
(ພາບ:Baoquangnam.vn)

ວັນທີ 29 ມັງກອນ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ໄດ້ມອບຂອງຂວັນ 400 ພູດໃຫ້ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄົນທຸກຍາກ, ກຳມະກອນຜູ້ອອກແຮງງານ; ຈຳນວນເງິນ 200 ລ້ານດົ່ງມອບໃຫ້ເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ, ມອບຈຳນວນ 500 ລ້ານດົ່ງເພື່ອໜູນຊ່ວຍກໍ່ສ້າງເຮືອນແຫ່ງສາຍຈິດມິດໃຈຢູ່ແຂວງ ກ໋ວາງນາມ.

        ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ ສະເໜີໃຫ້ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນແຂວງ ກ໋ວາງນາມ ສືບຕໍ່ເອົາໃຈໃສ່ລົງທຶນ ໃຫ້ຂົງເຂດ ວັດທະນະທຳ, ສັງຄົມ, ສາທາລະນະສຸກ, ການສຶກສາ, ບັນດາໂຄງການສະຫວັດດີການສັງຄົມທີ່ແທດຈິງໃຫ້ແກ່ປະຊາຊົນ, ພິເສດແມ່ນບັນດາເຂດຫ່າງໄກສອກຫຼີກ, ຊ່ວຍໃຫ້ປະຊາຊົນມີຊີວິດການເປັນຢູ່ນັບມື້ນັບດີຂຶ້ນ. ທ່ານນາງຮອງປະທານປະເທດ ຫວໍທິແອັງຊວນ, ເນັ້ນໜັກວ່າ:

        “ກ່ອນອື່ນໝົດ ຕ້ອງປະຕິບັດວຽກງານຕອບບຸນແທນຄຸນໃຫ້ເປັນຢ່າງດີ, ຕ້ອງເບິ່ງແຍງດູແລ, ທົດແທນການເສຍສະຫຼະຂອງພໍ່ແມ່ປະຊາຊົນ ທີ່ປະກອບສ່ວນຍາດເອົາເອກະລາດ, ຄວາມເສີລີໃຫ້ປະເທດຊາດໃນທຸກວັນນີ້. ແຂວງ ກ໋ວາງນາມ ຕ້ອງປະຕິບັດ 2 ໜ້າທີ່ໃຫ້ສຳເລັດຜົນ, ທັງສ້າງກຳລັງໜູນ ໃນການພັດທະນາເສດຖະກິດ - ສັງຄົມ ເພື່ອບື່ນຕົວຂຶ້ນ, ທັງເບິ່ງແຍງດູແລໃຫ້ແກ່ປະຊາຊົນ ເພື່ອຕອບບຸນແທນຄຸນໃຫ້ເປັນຢ່າງດີ”.

ຕອບກັບ

ຂ່າວ/ບົດ​ອື່ນ