ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ້​ທິ​ແອັງ​ຊັວນ ເຮັດ​ວຽກ​ຢູ່ ຕວຽນ​ກວາງ

(VOVWORLD) - “ຕວຽນກວາງ ຄວນ ສືບຕໍ່ເສີມຂະຫຍາຍທ່າແຮງກ່ຽວກັບການພັດທະນາປ່າ, ຮັກສາສີສັນວັດທະນະທຳ ເພື່ອມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສູ້ຊົນບືນຕົວຂຶ້ນກາຍເປັນແຂວງພັດທະນາດີ ໃນບັນດາແຂວງເຂດພູດອຍທາງພາກເໜືອ ຫວຽດນາມ”.
ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວໍ້​ທິ​ແອັງ​ຊັວນ ເຮັດ​ວຽກ​ຢູ່ ຕວຽນ​ກວາງ - ảnh 1(ພາບ:TTXVN)

   “ຕວຽນກວາງ ຄວນ ສືບຕໍ່ເສີມຂະຫຍາຍທ່າແຮງກ່ຽວກັບການພັດທະນາປ່າ, ຮັກສາສີສັນວັດທະນະທຳ ເພື່ອມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງ, ສູ້ຊົນບືນຕົວຂຶ້ນກາຍເປັນແຂວງພັດທະນາດີ ໃນບັນດາແຂວງເຂດພູດອຍທາງພາກເໜືອ ຫວຽດນາມ”. ນີ້ແມ່ນຄຳຮຽກຮ້ອງຂອງທ່ານນາງຮອງປະທານປະເທດ ຫວຽດນາມ ຫວໍ້ທິແອັງຊັວນ ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຕວຽນກວາງ ໃນລະຫ່ວາງວັນທີ 1-2 ກໍລະກົດ.

   ເມື່ອເຮັດວຽກກັບການນຳເມືອງ ຈຽມຮວາ ແລະ ແຂວງ ຕວຽນກວາງ, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊັວນ ໄດ້ຕີລາຄາສູງເລື່ອງ ຕວຽນກວາງ ໄດ້ເສີມຂະຫຍາຍທ່າແຮງພັດທະນາປ່າ, ຮັກສາສີສັນວັດທະນະທຳຂອງຊາດ ເປັນຢ່າງດີ ແລະ ພັດທະນາຢ່າງກົມກຽວລະຫ່ວາງບັນດາຂົງເຂດເສດຖະກິດ-ວັດທະນະທຳ-ສັງຄົມ-ປົກປັກຮັກສາສິ່ງແວດລ້ອມ-ຍົກສູງຊີວິດຂອງ ປຊຊ. ທ່ານນາງຮອງປະທານປະເທດປາດຖະໜາວ່າ, ຕວຽນກວາງ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອການປະຕິວັດ, ຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບດ້ານຊັບພະຍາກອນທຳມະຊາດ, ບັນດາກຸ່ມປູ່ສະນີຍະສະຖານປະຫວັດສາດເພື່ອພັດທະນາ. ເນື່ອງໃນໂອກາດນີ້, ທ່ານນາງຮອງປະທານປະເທດ ຫວໍ້ທິແອັງຊັວນ ໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາຄອບຄົວນະໂຍບາຍ; 200 ພູດໃຫ້ແກ່ບັນດານັກຮຽນປະສົບກັບຄວາມຫຍຸ້ງຍາກ ຢູ່ບັນດາຕາແສງຂຶ້ນກັບເຂດປູ່ສະນີຍະສະຖານແຫ່ງຊາດພິເສດ ກິມບິນ. ຢ້ຽມຢາມ ແລະ ມອບຂອງຂວັນໃຫ້ບັນດາຄອບຄົວນັກຮົບເສຍອົງຄະ, ນັກຮົບເສຍສະຫຼະຊີວິດເພື່ອຊາດໃນບໍລະເວນເມືອງ ຈຽມຮວາ.

ຕອບກັບ

ຂ່າວ/ບົດ​ອື່ນ