ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ທິ​ແອັງ​ຊວັນ​ເຂົ້າ​ຮ່ວມ​ພິ​ທີ​ໄຂກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ຖະ​ແຫຼງ​ຂ່າວ ອາ​ຊຽນ ຄັ້ງ​ທີ 16

(VOVWORLD) - ທ່ານນາງ ຫວໍທິແອັງຊັວນ ຮອງປະທານປະເທດ ໃຫ້ຮູ້ວ່າ: ໃນການເຂົ້າຮ່ວມວິວັດການພັດທະນາລວມຂອງ ອາຊຽນ, ຫວຽດນາມ ຖືເປັນສຳຄັນພິເສດເຖິງຂົງເຂດຖະແຫຼງຂ່າວ ແລະ ການສື່ສານ. 
 ທ່ານ​ນາງ​ຮອງ​ປະ​ທານ​ປະ​ເທດ ຫວຽດ​ນາມ ຫວໍ​ທິ​ແອັງ​ຊວັນ​ເຂົ້າ​ຮ່ວມ​ພິ​ທີ​ໄຂກອງ​ປະ​ຊຸມ​ລັດ​ຖະ​ມົ​ນ​ຕີ​ຖະ​ແຫຼງ​ຂ່າວ ອາ​ຊຽນ ຄັ້ງ​ທີ 16 - ảnh 1ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 22 ກັນຍາ, ພິທີໄຂກອງປະຊຸມລັດຖະມົນຕີຖະແຫຼງຂ່າວ ອາຊຽນ ຄັ້ງທີ 16 ໄດ້ດຳເນີນຢູ່ ດ່ານັ້ງ. ກອງປະຊຸມໂດຍ ຫວຽດນາມ ເປັນເຈົ້າພາບຈັດຂຶ້ນ, ມີການເຂົ້າຮ່ວມຂອງ 9 ປະເທດສະມາຊິກອາຊຽນ, Timor-Leste ໄດ້ຮັບເຊີນເປັນປະເທດສັງເກດການ ແລະ 3 ປະເທດຄູ່ຮ່ວມມືລວມມີ: ຍີ່ປຸ່ນ, ສ.ເກົາຫຼີ, ຈີນ. ຫົວຂໍ້ຂອງກອງປະຊຸມແມ່ນ “ການສື່ສານ: ຈາກຂໍ້ມູນຂ່າວສານໄປຍັງພູມປັນຍາເພື່ອອາຊຽນ ທີ່ໝັ້ນຄົງເຂັ້ມແຂງ ແລະ ການປັບຕົວ”.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາງ ຫວໍທິແອັງຊັວນ ຮອງປະທານປະເທດ ໃຫ້ຮູ້ວ່າ: ໃນການເຂົ້າຮ່ວມວິວັດການພັດທະນາລວມຂອງ ອາຊຽນ, ຫວຽດນາມ ຖືເປັນສຳຄັນພິເສດເຖິງຂົງເຂດຖະແຫຼງຂ່າວ ແລະ ການສື່ສານ. ລັດຖະບານ ຫວຽດນາມ ໄດ້ໃຫ້ສັດຕະຍາບັນ ຍຸດທະສາດຫັນສື່ມວນຊົນເປັນດີຈີຕອນ ຮອດປີ 2025, ກຳນົດທິດຮອດປີ 2030 ແນໃສ່ເປົ້າໝາຍສ້າງອົງການສື່ມວນຊົນຕາມທິດເປັນມືອາຊີບ, ມະນຸດສະທຳ, ທັນສະໄໝ ຜ່ານການນຳໃຊ້ເຕັກໂນໂລຢີທີ່ກ້າວໜ້າ ເຂົ້າການເຄື່ອນໄຫວຂອງສື່ມວນຊົນ, ຊ່ວຍຍົກສູງຄຸນນະພາບ, ປະສິດທິຜົນຂອງສື່ມວນຊົນ, ເພີ່ມທະວີການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບປະຊາຄົມສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ