ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ຕ້ອນຮັບຄະນະຜູ້ແທນກຳມາທິການວັດທະນະທຳ - ສັງຄົມ ສະພາແຫ່ງຊາດ ລາວ

ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ຕ້ອນຮັບຄະນະຜູ້ແທນກຳມາທິການວັດທະນະທຳ - ສັງຄົມ ສະພາແຫ່ງຊາດ ລາວ - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕອງ​ທິຟ໋ອງ
ຕ້ອນຮັບ​ຄະນະ​ຜູ້​ແທນກຳ​ມາທິ​ການວັດທະນະທຳ - ສັງຄົມ ຂອງສະພາ​ແຫ່ງ​ຊາດ ລາວ
(ພາບ: daibieunhandan.vn)


(vovworld) – ຕອນບ່າຍ​ວັນ​ທີ 25/2, ທີ່​ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕອງ​ທິຟ໋ອງ ຕ້ອນຮັບ​ຄະນະ​ຜູ້​ແທນກຳ​ມາທິ​ການວັດທະນະທຳ - ສັງຄົມ ຂອງສະພາ​ແຫ່ງ​ຊາດ ລາວ ​ໂດຍທ່ານຫົວໜ້າ ​ກຳ​ມາທິ​ການວັດທະນະທຳ - ສັງຄົມ ສະພາ​ແຫ່ງ​ຊາດ ລາວ ພອນເທບ ພົນເສນາ, ​ເປັນ​ຫົວໜ້າຄະນະ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ. ທີ່​ການຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຕອງ​ທິຟ໋ອງ ຊົມ​ເຊີຍໝາກຜົນ​ການ​ເຮັດ​ວຽກຂອງ​ຄະນະ​ຜູ້​ແທນກຳ​ມາທິການວັດທະນະທຳ - ສັງຄົມ ສະພາ​ແຫ່ງ​ຊາດ ລາວ ກັບ ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ ສະພາ​​ແຫ່ງ​ຊາດ​ ຫວຽດນາມ; ພ້ອມ​ທັງ​ຖື​ວ່າ​ເນື້ອ​ໃນ​ຂອງ​ການ​ເຮັດ​ວຽກໄດ້ປະກອບສ່ວນ​ເຮັດໃຫ້ສາຍພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດນັບມື້ນັບໄດ້ເລີກ​ເຊີ່ງ, ມີປະສິດທິຜົນ ​ແລະ ດີງາມກວ່າອີກ. ທ່ານນາງ ຕອງທິຟ໋ອງ ປາດຖະໜາວ່າໃນໄລຍະຈະມາເຖີງ, ບັນດາກຳມາທິການສະພາແຫ່ງຊາດສອງປະເທດສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ເພີ່ມທະວີການແລກປ່ຽນຂໍ້ມູນຂ່າວສານ ແລະ ແບ່ງປັນບົດຮຽນໃນການປະຕິບັດງານ, ຍົກສູງປະສິດທິຜົນການໜູນຊ່ວຍເຊີ່ງກັນ ແລະ ກັນ. ທ່ານຫົວໜ້າກຳ​ມາທິການວັດທະນະທຳ - ສັງຄົມ ສະພາ​ແຫ່ງ​ຊາດ ລາວ ພອນເທບ ພົນເສນາ ປາດຖະໜາຢາກມີຫຼາຍໂອກາດເພີ່ມທະວີບັນດາ​ການ​​ພົບ​ປະແລກປ່ຽນ ​ແລະ ຮ່ວມ​ມື​ກັບ​ກຳ​ມະ​ທິການບັນ​ດາ​ບັນຫາ​ສັງຄົມ​ສະພາ​ແຫ່ງ​ຊາດ ຫວຽດນາມ ກວ່າ​ອີກ​ເພື່ອ​ປະກອບສ່ວນ​ຮັດແໜ້ນສາຍ​ພົວພັນພິ​ເສດ​ລະຫວ່າງ​ສອງ​ປະ​ເທດ​.

ຂ່າວ/ບົດ​ອື່ນ