ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນອົງການກວດສອບບັນຊີແຫ່ງລັດ Nepal

ທ່ານນາງຮອງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຄະນະຜູ້ແທນອົງການກວດສອບບັນຊີແຫ່ງລັດ Nepal - ảnh 1
ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ
(ພາບປະກອບ)


​(vovworld) – ວັນ​ທີ 24/04, ຢູ່​ຫໍ​ສະພາ​ແຫ່ງ​ຊາດ, ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ທິກິມ​ເງິນ ​ໄດ້​ໃຫ້ການ​ຕ້ອນຮັບ​​ຄະນະ​ຜູ້​ແທນຂັ້ນ​ສູງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ Nepal, ​ໂດຍ​ທ່ານ Bhanu Prasad Acharya, ຫົວໜ້າອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ Nepal ນຳ​ໜ້າ, ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ​ໄດ້ຕີ​ລາຄາ​ສູງ ​ແລະ ຮັບ​ຮູ້​ໝາກຜົນ​ການ​ເຈລະຈາ​ລະຫວ່າງ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ​ຫວຽດນາມ ​ແລະ ​ອົງການ​ກວດ​ສອບ​ບັນຊີ​ແຫ່ງ​ລັດ Nepal, ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ຖື​ວ່າ, ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ແບ່ງປັນ​ບົດຮຽນ​ກ່ຽວ​ກັບ​ການກວດ​ສອບ​ບັນຊີ​ສິ່ງ​ແວດ​ລ້ອມ, ຄວບ​ຄຸມ​ຄຸນ​ນະພາບການກວດ​ສອບ​ບັນຊີ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຮັກສາ ​ແລະ ພັດທະນາ​ການ​ພົວພັນ​ຮ່ວມ​ມື​ອັນ​ດີງາມ​ທີ່​ເຄີຍ​ມີ​ມາກ​່ອນລະຫວ່າງ 2 ປະ​ເທດ. ທ່ານ​ນາງຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ທິກິມ​ເງິນ ສະໜັບສະໜູນ​ເລື່ອງ 2 ຝ່າ​ຍລົງ​ນາມ​ໃນ​ຂໍ້​ຕົກລົງ​ຮ່ວມ​ມື ​ເພື່ອ​ເປັນ​ພື້ນຖານ​ຢ່າງ​ໝັ້ນຄົງ ​ໃຫ້ການ​ຜັນ​ຂະຫຍາຍ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື 2 ຝ່າຍ.

        ສ່ວນ​ທ່ານ Bhanu Prasad Acharya ​ໃຫ້​ຮູ້​ວ່າ, ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຂອງ​ຄະນະ​ຜູ້​ແທນ ​ໄດ້​ຊ່ວຍ​ໃຫ້ 2 ຝ່າຍ​ເຂົ້າ​ໃຈ​​ເຊິ່ງກັນ ​ແລະ ກັນຢ່າງ​ເລິກ​​ເຊິ່ງ, ພ້ອມ​ທັງ​ສ້າງ​ພື້ນຖານ​ໃຫ້ການ​ຮ່ວມ​ມື​ຢ່າງ​ແທດ​ຈິງ​ໃນ​ອະນາຄົດ.

ຂ່າວ/ບົດ​ອື່ນ