ທ່ານ​ນາຍົກລັດຖະມົນຕີ ກາ​ນາ​ດາ ​ໃຫ້​ຄໍາໝັ້ນສັນຍາໝູນ​ໃຊ້ບັນດາ​ມາດ​ຕະການ​ຢ່າງ​ແຮງ​ກວ່າ ຢູ່​ຊາຍ​ແດນຕິດ​ກັບ ອາ​ເມ​ລິ​ກາ

(VOVWORLD) -Ottawa ພວມມານະພະຍາຍາມຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງນີ້ ເມື່ອຢູ່ຕິດກັບປະເທດທີ່ມີສະພາບການໂລກລະບາດໂຄວິດ - 19 ເກີດຂຶ້ນຮ້າຍແຮງທີ່ສຸດໃນໂລກ.
ທ່ານ​ນາຍົກລັດຖະມົນຕີ ກາ​ນາ​ດາ ​ໃຫ້​ຄໍາໝັ້ນສັນຍາໝູນ​ໃຊ້ບັນດາ​ມາດ​ຕະການ​ຢ່າງ​ແຮງ​ກວ່າ ຢູ່​ຊາຍ​ແດນຕິດ​ກັບ ອາ​ເມ​ລິ​ກາ - ảnh 1(ພາບປະພາບ: AFP/TTXVN)

        ກ່າວຄໍາເຫັນທີ່ກອງປະຊຸມຖະແຫຼງຂ່າວໃນວັນທີ 12 ພຶດສະພາ, ທ່ານນາຍົກລັດຖະມົນຕີ ການາດາ Justin Trudeau ຖືວ່າ ລັດຖະບານ ຕ້ອງໝູນໃຊ້ບັນດາມາດຕະການຢ່າງແຮງກວ່າ ເພື່ອຮັບມືກັບກະແສຟອງຄົນຫຼັ່ງໄຫຼເຂົ້າເມືອງ ການາດາ ຈາກ ອາເມລິກາ. Ottawa ພວມມານະພະຍາຍາມຮັບມືກັບສິ່ງທ້າທາຍອັນໃຫຍ່ຫຼວງນີ້ ເມື່ອຢູ່ຕິດກັບປະເທດທີ່ມີສະພາບການໂລກລະບາດໂຄວິດ - 19 ເກີດຂຶ້ນຮ້າຍແຮງທີ່ສຸດໃນໂລກ.

        ເມື່ອບັນດາການເຄື່ອນໄຫວເສດຖະກິດຄ່ອຍໆ ເປີດປະຕູຄືນໃໝ່ ແລະ ບັນດາມາດຕະການຈໍາກັດການໄປມາ ກໍໄດ້ຫຼຸດລົງຢູ່ທັງສອງປະເທດ, ຈໍານວນຜູ້ໂດຍສານ ແລະ ສິນຄ້າ ຜ່ານຊາຍແດນຈະເພີ່ມຂຶ້ນ. ຕາມທ່ານນາຍົກລັດຖະມົນຕີ Justin Trudeau ແລ້ວ, ຄວາມຈິງດັ່ງກ່າວ ຈະຮຽກຮ້ອງໃຫ້ມີມາດຕະການເພີ່ມເຕີມ ເພື່ອຮັບປະກັນວ່າ ບຸກຄົນທີ່ເຂົ້າເມືອງ ການາດາ ຕ້ອງປະຕິບັດຕາມຂໍ້ກໍານົດກ່ຽວກັບການແຍກຕົວຢ່າງເຂັ້ມງວດ.

ຕອບກັບ

ຂ່າວ/ບົດ​ອື່ນ