ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ​ນ: ອາ​ເມ​ລິ​ກາ ຫັນ​ບັນ​ຫາ​ການ​ຄ້າ​ເປັນ​ບັນ​ຫາ​ການ​ເມືອງ ຈະ​ສົ່ງ​ຜົນ​ກະ​ທົບ​ບໍ່​ດີ​ຕໍ່​ໂລກ

(VOVWORLD) - ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການເຈລະຈາ ແລະ ຮ່ວມມືກັບ ອາເມລິກາ ໃນຂົງເຂດເສດຖະກິດການຄ້າ, ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າສອງຝ່າຍພັດທະນາຢ່າງປອດໃສ, ພ້ອມທັງຫວັງວ່າ ວໍຊິງຕັນ ຈະ “ພົບກັນຢູ່ຈຸດເປັນກາງ” ກັບ ປັກກິ່ງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ​ນ: ອາ​ເມ​ລິ​ກາ ຫັນ​ບັນ​ຫາ​ການ​ຄ້າ​ເປັນ​ບັນ​ຫາ​ການ​ເມືອງ ຈະ​ສົ່ງ​ຜົນ​ກະ​ທົບ​ບໍ່​ດີ​ຕໍ່​ໂລກ - ảnh 1ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ (ເບື້ອງຂວາມື) ພົບປະກັບທ່ານນາງລັດຖະມົນຕີກະຊວງການຄ້າ ອາເມລິກາ Gina Raimondo ໃນຕອນບ່າຍວັນທີ 29 ສິງຫາ (ພາບ: ສຳນັກຂ່າວສານ ຊິນຮວາ) 

ກ່າວຄຳເຫັນໃນການພົບປະກັບທ່ານລັດຖະມົນຕີການຄ້າ ອາເມລິກາ Gina Raimondo ໃນວັນທີ 29 ສິງຫາ ຢູ່ ປັກກິ່ງ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີຊຽນ ກ່າວເຕືອນ ອາເມລິກາ ກ່ຽວກັບຜົນກະທົບບໍ່ດີຂອງການຫັນບັນຫາເສດຖະກິດກນຄ້າເປັນການເມືອງ ແລະ ຄວາມໝັ້ນຄົງ; ພ້ອມທັງຢັ້ງຢືນຄືນອີກເທື່ອໜຶ່ງວ່າ ການພົວພັນ ຈີນ - ອາເມລິກາ ທີ່ປອດໃສ ແລະ ເປັນປົກກະຕິ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ສອງປະເທດເທົ່ານັ້ນ, ຫາຍຍັງສຳລັບໂລກອີກດ້ວຍ ແລະ ທາດແທ້ຂອງ ການພົວພັນດ້ານເສດຖະກິດການຄ້າ ລະຫວ່າງ ຈີນ - ອາເມລິກາ  ແມ່ນຕ່າງຝ່າຍຕ່າງມີຜົນປະໂຫຍດ. ທ່ານ ຫຼີຊຽນ ຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະເພີ່ມທະວີການເຈລະຈາ ແລະ ຮ່ວມມືກັບ ອາເມລິກາ ໃນຂົງເຂດເສດຖະກິດການຄ້າ, ຊຸກຍູ້ການພົວພັນດ້ານເສດຖະກິດການຄ້າສອງຝ່າຍພັດທະນາຢ່າງປອດໃສ, ພ້ອມທັງຫວັງວ່າ ວໍຊິງຕັນ ຈະ “ພົບກັນຢູ່ຈຸດເປັນກາງ” ກັບ ປັກກິ່ງ.

ບິກທ້ວນ, ນັກຂ່າວ VOV ປະຈຳ ຈີນ

ຕອບກັບ

ຂ່າວ/ບົດ​ອື່ນ