ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ ເລີ່ມຕົ້ນໄປປະຕິບັດງານຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ທະວີບມະຫາສະໝຸດ

(VOVWORLD) -ວັນທີ 14 ພະຈິກ, ທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe ໄດ້ອອກຈາກນະຄອນຫຼວງ ໂຕກຽວ, ເລີ່ມຕົ້ນການເດີນທາງໄປປະຕິບັດງານຢູ່ບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ແລະ ທະວີບມະຫາສະໝຸດ ແລະເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 33 ກໍຄືດໍາເນີນການພົບປະເຈລະຈາສອງຝ່າຍກັບບັນດາການນໍາໂລກຢູ່ນອກເຫດການການເມືອງດັ່ງກ່າວ.

ຕາມແຜນການແລ້ວ, ໃນຂອບເຂດການຢ້ຽມຢາມທີ່ແກ່ຍາວເປັນເວລາ 5 ວັນ, ທ່ານ Shinzo Abe ຈະປຶກສາຫາລືກ່ຽວກັບບັນດາສິ່ງທ້າທາຍໃນພາກພື້ນ, ໃນນັ້ນມີບັນຫາສ້າງແຫຼມເກົາຫຼີປອດນິວເຄຼຍ ແລະ ຄວາມສໍາຄັນຂອງການຫັນການຄ້າເປັນເສລີໃນສະພາບ ທີ່ລັດທິອາລັກຂາພາຍໃຕ້ອໍານາດການປົກຄອງຂອງທ່ານປະທານາທິບໍດີ Donald Trump ພວມເພີ່ມຂຶ້ນ.

        ຕອນບ່າຍວັນທີ 14 ພະຈິກ, ທ່ານ Shinzo Abe ຈະເຂົ້າຮ່ວມກອງປະຊຸມຢູ່ສິງກະໂປ ດ້ວຍການເຂົ້າຮ່ວມຂອງເຈົ້າໜ້າທີ່ 10 ປະເທດສະມາຊິກ ອາຊຽນ ເນື່ອງໃນໂອກາດສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນຮ່ວມມື ແລະ ມິດຕະພາບລະຫວ່າງ ຍີ່ປຸ່ນ - ອາຊຽນ.  ພາຍຫຼັງເຫດການດັ່ງກ່າວ, ຄາດວ່າ ທ່ານ  Shinzo Abe ຈະເຂົ້າຮ່ວມກອງປະຊຸມສຸດຍອດ ຂອງ 16 ຄູ່ຮ່ວມມືເສດຖະກິດຮອບດ້ານໃນພາກພື້ນ (RCEP). ຕໍ່ຈາກນັ້ນ ວັນທີ 15 ພະຈິກ, ທ່ານກໍຈະເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ແລະ ບັນດາຄູ່ຮ່ວມມື ແລະ ກອງປະຊຸມສຸດຍອດ ອາຊີຕາເວັນອອກ (EAS) ຄັ້ງທີ 13 ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ