ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຂະ​ແໜງ​ແຜນ​ການ ແລະ ການ​ລົງ​ທຶນ ຕ້ອງ​ປະ​ຕິ​ບັດ​ວຽກ​ງານ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແລະ ສ້າງ​ສາ​ພັດ​ທະ​ນາ​ໃຫ້​ເປັນ​ຢ່າງ​ດີ

(VOVWORLD) - ຕອນເຊົ້າວັນທີ 11 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມວຽກງານປີ 2023 ແລະ ຜັນຂະຫຍາຍໜ້າທີ່ປີ 2024 ຂອງກະຊວງແຜນການ ແລະ ການລົງທຶນ. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ 63 ແຂວງ, ນະຄອນສັງກັດສູນກາງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຂະ​ແໜງ​ແຜນ​ການ ແລະ ການ​ລົງ​ທຶນ ຕ້ອງ​ປະ​ຕິ​ບັດ​ວຽກ​ງານ​ເສ​ນາ​ທິ​ການ​ຍຸດ​ທະ​ສາດ ແລະ ສ້າງ​ສາ​ພັດ​ທະ​ນາ​ໃຫ້​ເປັນ​ຢ່າງ​ດີ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ (ພາບ: VOV)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕີລາຄາສູງຕໍ່ບັນດາໝາກຜົນເຊິ່ງກະຊວງແຜນການ ແລະ ການລົງທຶນບັນລຸໄດ້ໃນປີຜ່ານມາ, ໄຈ້ແຍກສະພາບການ ແລະ ພັນທະໜ້າທີ່, ຄວາມຮັບຜິດຊອບ ເຊິ່ງກະຊວງແຜນການ ແລະ ການລົງທຶນ ໄດ້ຮັບການມອບໝາຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ:

        “ຍູ້ແຮງການຄົ້ນຄວ້າຍຸດທະສາດ ແລະ ເປັນເສນາທິການຍຸດທະສາດເພື່ອປະຕິບັດໜ້າທີ່ສ້າງສາພັດທະນາ ແລະ ຍູ້ແຮງການນະວັດຕະກຳໃຫ້ເປັນຢ່າງດີ. ທີສອງແມ່ນ, ກຳແໜ້ນ, ຕິດຕາມສະພາບການຕົວຈິງຢູ່ພາຍໃນ ແລະ ຕ່າງປະເທດຢ່າງໃກ້ຊິດ, ເປັນເຈົ້າການ, ຕັ້ງໜ້າສະເໜີກົນໄກ, ນະໂຍບາຍໃຫ້ສອດຄ່ອງກັບສິດອຳນາດ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດຢ່າງທັນການ, ຊຸກຍູ້ການພັດທະນາເສດຖະກິດຂອງປະເທດຊາດໂດຍໄວ, ຍືນຍົງ, ກວມລວມ ແລະ ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ.”

        ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມອບບັນດາລາງວັນອັນສູງສົ່ງເຊິ່ງພັກ, ລັດ ແລະ ລັດຖະບານໄດ້ມອບໃຫ້ກົມກອງລວມໝູ່, ສ່ວນບຸກຄົນຂອງກະຊວງແຜນການ ແລະ ການລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ