ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຍີ່​ປຸ່ນ ແລະ ທ່ານ​ປະ​ທານ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ ຍີ່​ປຸ່ນ

(VOVWORLD) - ຕອນບ່າຍວັນທີ 16 ທັນວາ ຕາມເວລາທ້ອງຖິ່ນ, ຢູ່ ໂຕກຽວ, ປະເທດ ຍີ່ປຸ່ນ, ໃນຂອບເຂດການເດີນທາງປະຕິບັດງານຢູ່ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນການເຄື່ອນໄຫວສອງຝ່າຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (METI) Ken Saito.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ເສດ​ຖະ​ກິດ, ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຍີ່​ປຸ່ນ ແລະ ທ່ານ​ປະ​ທານ​ອົງ​ການ​ສົ່ງ​ເສີມ​ການ​ຄ້າ ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ (METI) Ken Saito (ພາບ: VOV)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີໃຫ້ METI ແລະ ສ່ວນຕົວທ່ານລັດຖະມົນຕີ ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນວິວັດທະນາການຫັນເປັນປະເທດອຸດສາຫະກຳ ແລະ ທັນສະໄໝ, ຊຸກຍູ້ວິທະຍາສາດເຕັກໂນໂລຢີ, ຫັນເປັນສີຂຽວ, ຫັນເປັນດີຈີຕອນ. ທ່ານນາຍົກລັດຖະມົນຕີ ກໍປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຍົກສູງວົງເງິນການຄ້າສອງຝ່າຍຕາມທິດດຸ່ນດ່ຽງ, ເປີດປະຕູໃຫ້ສິນຄ້າຂອງກັນ, ໃນນັ້ນ ມີປະເພດສິນຄ້າໝາກໄມ້ສົດຂອງ ຫວຽດນາມ ສົ່ງເຂົ້າໄປຍັງຕະຫຼາດ ຍີປຸ່ນ. ທ່ານລັດຖະມົນຕີ METI, Ken Saito ຢັ້ງຢືນເຖິງຄວາມປາດຖະໜາຢາກຊຸກຍູ້ການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ກັບ ຫວຽດນາມ, ບົນທັດສະນະເປັນຄູ່ຮ່ວມມືປະດິດຄິດສ້າງດ້ານເສດຖະກິດ ແລະ ສັງຄົມໃນອະນາຄົດ, ພິເສດແມ່ນໃນບັນດາຂົງເຂດ ເຊິ່ງ ຍີ່ປຸ່ນ ມີທ່າແຮງ.

        ກໍໃນຕອນບ່າຍຂອງວັນທີ 16 ທັນວາ, ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບທ່ານ Ishiguro Norihiko, ປະທານ ທັງເປັນ ຜູ້ອຳນວຍການອົງການສົ່ງເສີມການຄ້າ ຍີ່ປຸ່ນ (JETRO) ແລະ ທ່ານ Masahiko Kato, ປະທານທະນາຄານ Mizuho ຂອງ ຍີ່ປຸ່ນ.

        ກ່ອນໜ້ານັ້ນ, ໃນຕອນເຊົ້າຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ໄດ້ເຂົ້າຮ່ວມ “ເວທີປາໄສວິສາຫະກິດ ຫວຽດນາມ - ຍີປຸ່ນ” ໂດຍ JETRO ໄດ້ສົມທົບກັບກະຊວງແຜນການ ແລະ ການລົງທຶນຈັດຂຶ້ນ. ໃນເວທີປາໄສ, ທ່ານນາຍົກລັດຖະມົນຕີ ໄດ້ເປັນສັກຂີພິຍານພິທີລົງນາມໃນຂໍ້ຕົກລົງຮ່ວມມື 30 ສະບັບ ລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ວິສາຫະກິດສອງປະເທດໃນບັນດາຂົງເຂດ.

        ກໍໃນຕອນເຊົ້າຂອງວັນທີ 16 ທັນວາ, ຢູ່ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານ Nikai Toshihiro ປະທານສຳພັນທະມິດມິດຕະພາບ ຍີ່ປຸ່ນ - ຫວຽດນາມ ແລະ ຜູ້ວ່າການ ໂຕກຽວ Koike Yuriko ກໍຄືການນຳສະຫະພັນເສດຖະກິດ ຍີ່ປຸ່ນ (Keidanren) ແລະ ການນຳບາງກຸ່ມບໍລິສັດໃຫຍ່ຂອງ ຍີ່ປຸ່ນ ຈຳນວນໜຶ່ງ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ