ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ສະ​ຫະ​ພັນ ລັດ​ເຊຍ

(VOVWORLD) - ຕອນບ່າຍວັນທີ 9 ພະຈິກ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນໂທ Kurenkov Aleksandr Vyacheslavovich, ລັດຖະມົນຕີກະຊວງ ສະພາວະສຸກເສີນ ສະຫະພັນ ລັດເຊຍ, ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສະ​ພາ​ວະ​ສຸກ​ເສີນ ສະ​ຫະ​ພັນ ລັດ​ເຊຍ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານພົນໂທ Kurenkov Aleksandr Vyacheslavovich, ລັດຖະມົນຕີກະຊວງ ສະພາວະສຸກເສີນ ສະຫະພັນ ລັດເຊຍ (ພາບ: VGP)

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຍຸດທະສາດຮອບດ້ານກັບ ສະຫະພັນ ລັດເຊຍ ເປັນສຳຄັນ; ພ້ອມທັງສະເໜີວ່າ ໃນໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ. ສອງຝ່າຍຕ້ອງສືບຕໍ່ຊຸກຍູ້ການຜັນຂະຫຍາຍໝາກຜົນກອງປະຊຸມ ຄະນະກຳມະການລະຫວ່າງລັດຖະບານ ໃຫ້ມີປະສິດທິຜົນ; ຊຸກຍູ້ການຍົກສັນຍາການຄ້າເສລີ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ - ເອີຣົບ; ຊຸກຍູ້ການລົງທຶນ, ເອົາໃຈໃສ່ພັດທະນາບັນດາໂຄງການໃໝ່, ຄົ້ນຄວ້າ, ສ້າງແຜນການລະອຽດ ເພື່ອເປີດສາຍການບິນໂດຍກົງລະຫວ່າງນະຄອນຫຼວງສອງປະເທດ ໃນໄວໆນີ້.

        ສ່ວນທ່ານ Kurenkov Aleksandr Vyacheslavovich ແຈ້ງໃຫ້ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮັບຊາບ ກ່ຽວກັບໝາກຜົນການພົບປະສົນທະນາລະຫວ່າງທ່ານ ກັບທ່ານລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໂຕເລິມ ໃນຕອນເຊົ້າວັນດຽວກັນ. ຕາມນັ້ນແລ້ວ, ສອງຝ່າຍສືບຕໍ່ເພີ່ມທະວີການຮ່ວມມືຢ່າງແໜ້ນແຟ້ນໃນບັນດາຂົງເຂດ, ປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ສະຫະພັນ ລັດເຊຍ ນັບມື້ນັບແທດຈິງ, ມີປະສິດທິຜົນ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ