ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບ ປະທານາທິບໍດີ ຟິລິບປິນ, ປະທານາທິບໍດີ ອິນໂດເນເຊຍ ແລະນາຍົກລັດຖະມົນຕີ ສິງກະໂປ ຢູ່ ນອກກອງປະຊຸມສຸດຍອດ ອາຊຽນ -GCC

(VOVWORLD) -ວັນທີ ຕຸລາ, ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ລະຫວ່າງ ອາຊຽນແລະ GCC ຢູ່ ນະຄອນຫລວງ Riyadh ຂອງ ຊາອຸດິ ອາຣັບບີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງໄດ້ ພົບປະກັບການນຳບາງປະເທດ ອາຊຽນ, ລວມມີ: ປະທານາທິບໍດີ ຟິລິບປິນ Ferdinand Romualdez Marcos Jr, ປະທານາທິບໍດິ ອິນໂດເນເຊຍ Joko Widodo ແລະ ນາຍົກລັດຖະມົນຕີ ສິງກະໂປ ຫລີຊຽງຫລົງ

ທີ່ການພົບປະກັບ ປະທານາທິບໍດີ ຟິລິບປິນ Ferdinand Romualdez Marcos Jr, ການນຳສອງທ່ານເຫັນດີນຳກັນວ່າຈະຊຸກຍູ້ການລົງນາມໃນສັນຍາລະຫວ່າງລັດຖະບານກ່ຽວກັບການຮ່ວມມືດ້ານການຄ້າ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບ ປະທານາທິບໍດີ ຟິລິບປິນ, ປະທານາທິບໍດີ ອິນໂດເນເຊຍ ແລະນາຍົກລັດຖະມົນຕີ ສິງກະໂປ ຢູ່ ນອກກອງປະຊຸມສຸດຍອດ ອາຊຽນ -GCC - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານປະທານາທິບໍດິ ອິນໂດເນເຊຍ Joko Widodo (ພາບ: TTXVN)
ທີ່ການພົບປະກັບ ທ່ານປະທານາທິບໍດິ ອິນໂດເນເຊຍ Joko Widodo, ການນຳສອງທ່າຍຢັ້ງຢືນ ຈະສົມທົບກັນຜັນຂະຫຍາຍປະສິດທິຜົນບັນດາສັນຍາ, ຂໍ້ຕົກລົງຊື່ງໄດ້ລົງນາມ; ຊຸກຍູ້ເລື່ອງໃຫ້ສັດຕະຍາບັນສັນຍາຂີດຂັ້ນແບ່ງເສດຖະກິດຈຳເພາະ, ກ້າວໄປເຖິງການລົງນາມໃນສັນຍາການຄ້າກ່ຽວກັບການສົ່ງອອກເຂົ້າສານ. ເປີດກວ້າງການນຳເຂົ້າສົ່ງອອກບັນດາປະເພດສິນຄ້າແມ່ນຜະລິດຕະພັນກະເສດຊື່ງສອງຝ່າຍມີທ່າແຮງ.

ທີ່ການພົບປະກັບ ນາຍົກລັດຖະມົນຕີ ສິງກະໂປ ຫລີຊຽງຫລົງ, ການນຳສອງທ່າຍ ໄດ້ແລກປ່ຽນກ່ຽວກັບທິດທາງກ້າວໄປເຖິງເລື່ອງຍົກລະດັບການພົວພັນສອງປະເທດຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານໃນໄລຍະເວລາເໝາະສົມ.

ຕອບກັບ

ຂ່າວ/ບົດ​ອື່ນ