ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ພົບ​ປະ​ກັບ​ຄູ​ອາ​ຈານ ​ເນື່ອງໃນ​ໂອ​ກາດ​ວັນ​ຄູ ຫວຽດ​ນາມ

(VOVWORLD) - ຂະແໜງການສຶກສາຕ້ອງສືບຕໍ່ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ ບັນດາໜ້າທີ່, ວິທີການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ຍົກສູງຄຸນນະພາບການສຶກສາໃນທຸກຊັ້ນຮຽນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າ​ມ​ມິງ​ຈິງ ພົບ​ປະ​ກັບ​ຄູ​ອາ​ຈານ ​ເນື່ອງໃນ​ໂອ​ກາດ​ວັນ​ຄູ ຫວຽດ​ນາມ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຄູອານຈານ ເນື່ອງໃນໂອກາດວັນຄູ ຫວຽດນາມ
(ພາບ: VOV)

ຕອນບ່າຍວັນທີ  17 ພະຈິກ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັຍຄູອາຈານ ແລະ ພະນັກງານຄຸ້ມຄອງການສຶກສາດີເດັ່ນ ປີ 2023, ເນື່ອງໃນໂອກາດວັນຄູ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ໄດ້ເຊີດຊູ, ສະແດງຄວາມຮູ້ບຸນຄຸນ ແລະ ຂອບໃຈການປະກອບສ່ວນ, ການອຸທິດສ່ວນ ຂອງຖັນແຖວຄູສອນ, ທ່ານເນັ້ນໜັກວ່າ ບັນດາການອຸທິດສ່ວນຂອງຖັນແຖວຄູສອນເວົ້າສະເພາະ ແລະ ທົ່ວລະບົບການສຶກສາ ແລະ ບຳລຸງສ້າງເວົ້າລວມ, ປະກອບສ່ວນສຳຄັນເຂົ້າໃນຜົນສຳເລັດຂອງການພັດທະນາລວມຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ຖືວ່າ ໃນຍຸກສະໄໝຫັນເປັນໂລກະພິວັດ, ເຊື່ອມໂຍງເຂົ້າກັບສາກົນ ນັບມື້ນັບເລິກເຊິ່ງກວ້າງຂວາງ, ເປັນຕົ້ນແມ່ນການປະຕິວັດ ອຸດສາຫະກຳຄັ້ງທີ ໄດ້ນຳໂອກາດ, ຄວາມສະດວກ ກໍ່ຄືຄວາມຫຍຸ້ງຍາກ, ສິ່ງທ້າທາຍໃໝ່ບໍ່ແມ່ນໜ້ອຍ ມາໃຫ້ ຫວຽດນາມ, ເປັນຕົ້ນແມ່ນຖັນແຖວຄູອາຈານ. ຂະແໜງການສຶກສາຕ້ອງສືບຕໍ່ປະຕິບັດຢ່າງຂ້ຽວຂາດ, ຄົບຊຸດ, ມີປະສິດທິຜົນ ບັນດາໜ້າທີ່, ວິທີການປ່ຽນແປງໃໝ່ການສຶກສາ ແລະ ບຳລຸງສ້າງໂດຍພື້ນຖານ ແລະ ຮອບດ້ານ, ຍົກສູງຄຸນນະພາບການສຶກສາໃນທຸກຊັ້ນຮຽນ. ທ່ານນາຍົກລັດຖະມົນຕີ ປາດຖະໜາ ແລະ ເຊື່ອໝັ້ນວ່າ ຄູອາຈານແຕ່ລະຄົນຈະຮ່ຳຮຽນ, ສະສົມຄວາມຮູ້, ບົດຮຽນປະສົບການ, ຍົກສູງລະດັບວິຊາການຢ່າງບໍ່ຢຸດຢັ້ງ; ມີຄວາມຂະຫຍັນຂັນເຄື່ອນ, ນຳໃຊ້ວິທະຍາສາດເຕັກໂນໂລຢີ, ມີວິທີການສຳຜັດໃໝ່ໃນການສິດສອນ ແລະ ຮ່ຳຮຽນ, ບຳລຸງສ້າງຄົນລຸ້ນໃໝ່ຂອງປະເທດຊາດໃຫ້ມີການພັດທະນາຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ