ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ FDI ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ (VBF)

(VOVWORLD) - ຕອນເຊົ້າວັນທີ 19 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມພົບປະປະຊາຄົມວິສາຫະກິດທີ່ມີເງິນລົງທຶນໂດຍກົງຈາກຕ່າງປະເທດ (FDI) ແລະ ເວທີປາໄສວິສາຫະກິດ ຫວຽດນາມ ປະຈຳປີ 2024 (VBF 2024), ດ້ວຍຫົວຂໍ້ “ວິສາຫະກິດ FDI ນຳໜ້າໃນການປະຕິບັດຍຸດທະສາດເຕີບໂຕສີຂຽວ”. ກອງປະຊຸມ ແລະ ເວທີປາໄສດັ່ງກ່າວ ໂດຍກະຊວງແຜນການ ແລະ ການລົງທຶນ ຫວຽດນາມ, ທະນາຄານໂລກ (WB) ແລະ ອົງການການເງິນສາກົນ (IFC) ສົມທົບກັນຈັດຂຶ້ນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ພົບ​ປະ​ກັບ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ FDI ແລະ ເຂົ້າ​ຮ່ວມ​ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ ຫວຽດ​ນາມ (VBF) - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ (ພາບ: VGP)

  ກ່າວຄຳເຫັນໜ້າທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍຮັບຟັງຄຳເຫັນ ແລະ ເຂົ້າໃຈສາຍສຳພັນລະຫວ່າງວິສາຫະກິດ ກັບລັດ ແລະ ປະຊາຊົນ; ພ້ອມກັນແບ່ງປັນວິໄສທັດ ແລະ ກະທຳເພື່ອພັດທະນາເສດຖະກິດ, ເຕີບໂຕສີຂຽວ ແລະ ພັດທະນາພ້ອມກັບວິສາຫະກິດ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ປີນີ້, ຫວຽດນາມ ຕັດສິນໃຈພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ໃຫ້ບຸລິມະສິດໃນການຊຸກຍູ້ການເຕີບໂຕຕິດພັນກັບການຮັກສາເສດຖະກິດມະຫາພາກເປັນປົກກະຕິ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາການດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ; ເອົາໃຈໃສ່ເປັນພິເສດຕໍ່ການປັບປຸງສະພາບແວດລ້ອມລົງທຶນດຳເນີນທຸລະກິດ; ຍູ້ແຮງການພົວພັນຕ່າງປະເທດ ແລະ ການເຊື່ອມໂຍງສາກົນ; ຮັກສາສະພາບແວດລ້ອມສັນຕິພາບ, ສະຖຽນລະພາບແກ່ການພັດທະນາຂອງປະເທດຊາດ. ທ່ານນາຍົກລັດຖະມົນຕີ ປາດຖະໜາວ່າ ບັນດາວິສາຫະກິດ FDI, ນັກລົງທຶນຕ່າງປະເທດ ຈະຖືປະຊາຊົນ, ວິສາຫະກິດ ເປັນໃຈກາງ, ເປັນເຈົ້າກຳ, ຍາມໃດກໍປະຕິບັດຄວາມສະເໝີພາບໃນສັງຄົມ ແລະ ຊີວິດສັງຄົມໄດ້ເປັນຢ່າງດີ.

        ເນື່ອງໃນໂອກາດນີ້, ທ່ານລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນຈີຢຸງ ໄດ້ມອບໃບຍ້ອງຍໍຂອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໃຫ້ແກ່ວິສາຫະກິດ FDI ດີເດັ່ນຈຳນວນໜຶ່ງ.

       ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ