ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະທ່ານນາຍົກລັດຖະມົນຕີ ກຳປູເຈຍ ຢູ່ ອົດສະຕາລີ

(VOVWORLD) - ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ແບ່ງປັນຄວາມປິຕິຊົມຊື່ນຕໍ່ການຮ່ວມມືຂອງ 2 ປະເທດໃນໄລຍະຜ່ານມາ ເຊິ່ງໄດ້ພັດທະນາຢ່າງມີສະຖຽນລະພາບ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະທ່ານນາຍົກລັດຖະມົນຕີ ກຳປູເຈຍ ຢູ່ ອົດສະຕາລີ - ảnh 1

        ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອົດສະຕາລີ (1974 – 2024), ຕອນເຊົ້າວັນທີ 06 ມີນາ, ຢູ່ນະຄອນ Melbourne, ປະເທດອົດສະຕາລີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Manet.

        ທີ່ການພົບປະ, ນາຍົກລັດຖະມົນຕີ 2 ທ່ານໄດ້ແບ່ງປັນຄວາມປິຕິຊົມຊື່ນຕໍ່ການຮ່ວມມືຂອງ 2 ປະເທດໃນໄລຍະຜ່ານມາ ເຊິ່ງໄດ້ພັດທະນາຢ່າງມີສະຖຽນລະພາບ; ການນຳ 2 ປະເທດເຫັນດີສືບຕໍ່ຮັກສາການຢ້ຽມຢາມ ແລະ ພົບປະຂັ້ນສູງເປັນປະຈຳ; ບັນດາກົນໄກຮ່ວມມື 2 ຝ່າຍສືບຕໍ່ພັດທະນາຢ່າງມີປະສິດທິຜົນ. ນາຍົກລັດຖະມົນຕີ 2 ທ່ານກໍ່ເຫັນດີຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ - ການຄ້າ - ການລົງທຶນໃຫ້ດີກວ່າເກົ່າ; ສືບຕໍ່ສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງ, ກົນໄກທີ່ມີຢູ່ແລ້ວກ່ຽວກັບດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ; ມານະພະຍາຍາມແກ້ໄຂ 16% ວຽກງານປັກຫຼັກໝາຍທີ ຍັງບໍ່ທັນສຳເລັດ ເພື່ອສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງລະຫວ່າງ 2 ປະເທດ.

        ທ່ານນາຍົກລັດຖະມົນຕີ Hun Manet ເຫັນດີສືບຕໍ່ເອົາໃຈໃສ່, ສ້າງເງື່ອນໄຂສະດວກໃຫ້ຊາວເຊື້ອຊາດ ຫວຽດນາມ ຢູ່ ກຳປູເຈຍ ມີຊີວິດການເປັນຢູ່ປົກກະຕິ, ເຊື່ອມໂຍງເຂົ້າກັບປະເທດປະຈຳຖິ່ນ, ເປັນຂົວຕໍ່ມິດຕະພາບລະຫວ່າງ 2 ປະເທດ; ພ້ອມທັງ, ສ້າງຄວາມສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ທີ່ພວມລົງທຶນ, ດຳເນີນທຸລະກິດຢູ່ ກຳປູເຈຍ…

ຕອບກັບ

ຂ່າວ/ບົດ​ອື່ນ