ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ ຫວຽດ​ນາມ ຢຶດ​ໝັ້ນ​ກັບ​ນະ​ໂຍ​ບາຍ​ເພື່ອ​ກາຍ​ເປັນ​ສະ​ຖານ​ທີ່​ນັດ​ພົບ​ແຖວ​ໜ້າ

(VOVWORLD) -  ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງ ຫວຽດນາມ ມີການພົວພັນທາງການທູດ ກັບ ກ່ວາ 190 ປະເທດ, ໃນນັ້ນມີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫຼື ຄູ່ຮ່ວມມືຍຸດທະສາດກັບ 5 ປະເທດກຳມະການຖາວອນສະພາຄວາມໝັ້ນຄົງສປຊ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ ຫວຽດ​ນາມ ຢຶດ​ໝັ້ນ​ກັບ​ນະ​ໂຍ​ບາຍ​ເພື່ອ​ກາຍ​ເປັນ​ສະ​ຖານ​ທີ່​ນັດ​ພົບ​ແຖວ​ໜ້າ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາຜູ້ແທນເຂົ້າຮ່ວມການໂອ້ລົມສົນທະນາ (ພາບ: VGP)

ຕອນເຊົ້າວັນທີ 17 ມັງກອນ, ຕາມເວລາທ້ອງຖິ່ນ ຢູ່ Davos (ສະວິດ), ໃນຂອບເຂດການປະຕິບັດງານເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF) Davos 2024,  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານການໂອ້ລົມສົນທະນາ “ຫວຽດນາມ - ສະຖານທີ່ນັດພົບແຖວໜ້າ ອາຊຽນ ກ່ຽວກັບການລົງທຶນແບບຍືນຍົງ”

ທີ່ການໂອ້ລົມສົນທະນາ ທ່ານ Pascal Gerken, ປະທານກິດຕິມະສັກ ອົງການບັນດາການນຳວິສາຫະກິດໜຸ່ມທົ່ວໂລກ (YPO)  ແລະ ບັນດາຜູ້ແທນໄດ້ສະແດງຄວາມປະທັບໃຈ ຕໍ່ເລື່ອງ ຫວຽດນາມ ບັນລຸໄດ້ໝາກຜົນທີ່ເປັນໜ້າປະທັບໃຈໃນການພັດທະນາເສດຖະກິດ - ສັງຄົມ ໃນສະພາບການໂລກ ທີ່ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງໃນປີ 2023, ດ້ວຍຍອດຜະລິດຕະພັນພາຍໃນປະເທດ (GDP) ເພີ່ມຂຶ້ນ 5,05%; ໄພເງິນເຟີ້ໄດ້ຮັບການຄວບຄຸມ, ການດຶງດູດເງິນລົງທຶນໂດຍກົງຈາກຕ່າງປະເທດ ບັນລຸລະດັບສູງ.

ເມື່ອແລກປ່ຽນທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ແບ່ງປັນບາງປັດໄຈທີ່ມີລັກສະນະພື້ນຖານເພື່ອໃຫ້ຫວຽດນາມ ກາຍເປັນສະຖານທີ່ລົງທຶນທີ່ປອດໄພ, ປອດໃສ, ຍືນຍົງ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກເຖິງເລື່ອງ ຫວຽດນາມ ມີການພົວພັນທາງການທູດ ກັບ ກ່ວາ 190 ປະເທດ, ໃນນັ້ນມີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານ ຫຼື ຄູ່ຮ່ວມມືຍຸດທະສາດກັບ 5 ປະເທດກຳມະການຖາວອນສະພາຄວາມໝັ້ນຄົງສປຊ ແລະ ຫຼາຍປະເທດຂຶ້ນກັບກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20); ເຊັນສັນຍາການຄ້າເສລີ (FTA) 16 ສະບັບ ກັບ 60 ປະເທດ. ທ່ານນາຍົກລັດຖະມົນຕີ ຖືວ່າ ນີ້ແມ່ນການຮັບປະກັນຄຳໝັ້ນສັນຍາຂອງ ຫວຽດນາມ ໃນການເປີດປະຕູ ແລະ ເຊື່ອມໂຍງເຂົ້າກັບເສດຖະກິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ