ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມບັນດາຮາກຖານເສດຖະກິດ - ສັງຄົມແຂວງ ຫາຍເຢືອງ

(VOVWORLD) - ທີ່ສູນອຸປະກະລະສັງຄົມຫາຍເຢືອງ, ເຊິ່ງແມ່ນສະຖານທີ່ພວມຄຸ້ມຄອງ, ລ້ຽງດູ, ເບິ່ງແຍງດູແລຜູ້ເຖົ້າຢູ່ໂດດດ່ຽວ, ຄົນພິການ, ເດັກພິການ, ຜູ້ປະສົບກັບຄວາມຫຍຸ້ງຍາກເກືອບ 500 ຄົນ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢ້ຽມຢາມບັນດາຮາກຖານເສດຖະກິດ - ສັງຄົມແຂວງ ຫາຍເຢືອງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມການເຮັດວຽກ
(ພາບ: VOV)

ໃນໂຄງການປະຕິບັດງານຢູ່ແຂວງ ຫາຍເຢືອງ, ຕອນບ່າຍວັນທີ 15 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ຄະນະປະຕິບັດງານຂອງລັດຖະບານ ໄດ້ມີການຢ້ຽມຢາມ, ມອບຂອງຂວັນຢູ່ສູນອຸປະກະລະສັງຄົມແຂວງ ແລະ ເຮັດວຽກກັບບໍລິສັດ Ford Viet Nam ຈຳກັດ.

        ທີ່ສູນອຸປະກະລະສັງຄົມຫາຍເຢືອງ, ເຊິ່ງແມ່ນສະຖານທີ່ພວມຄຸ້ມຄອງ, ລ້ຽງດູ, ເບິ່ງແຍງດູແລຜູ້ເຖົ້າຢູ່ໂດດດ່ຽວ, ຄົນພິການ, ເດັກພິການ, ຜູ້ປະສົບກັບຄວາມຫຍຸ້ງຍາກເກືອບ 500 ຄົນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ແຂວງ ຫາຍເຢືອງ ສືບຕໍ່ຜັນຂະຫຍາຍບັນດາແຜນນະໂຍບາຍ, ນະໂຍບາຍຂອງພັກ, ລັດ ກ່ຽວກັບວຽກງານອຸປະກະລະສັງຄົມຢ່າງມີປະສິດທິຜົນ; ຄົ້ນຄ້ວານະໂຍບາຍເບິ່ງແຍງດູແລຊີວິດທາງດ້ານວັດຖຸ, ຈິດໃຈ, ເອົາໃຈໃສ່ບຳລຸງສ້າງ, ຝຶກອົບຮົມ, ຍົກສູງຄຸນນະພາບຖັນແຖວຄູສອນ, ພາລະກອນ, ພະນັກງານຄຸ້ມຄອງຂອງສູນ; ລົງທຶນດ້ານວັດຖຸ, ອຸປະກອນເພື່ອຮັບໃຊ້ວຽກງານເບິ່ງແຍງດູແລໃຫ້ຜູ້ເຖົ້າຢູ່ໂດດດ່ຽວ, ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດຢູ່ສູນ.

        ເມື່ອເຮັດວຽກກັບບໍລິສັດ Ford Viet Nam ຈຳກັດ, ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບໍລິສັດ Ford ສືບຕໍ່ເປີດກ້ວາງການລົງທຶນ: ລົງທຶນ, ມອບໂອນເຕັກໂນໂລຊີໃໝ່ ແລະ ວິທະຍາສາດບໍລິຫານຂອງ Ford ໃຫ້ແກ່ວິສາຫະກິດ ຫວຽດນາມ; ເຂົ້າຮ່ວມການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ແຂວງ ຫາຍເຢືອງ ເວົ້າສະເພາະ ແລະ ຫວຽດນາມ ເວົ້າລວມ. ທ່ານນາຍົກລັດຖະມົນຕີ ໃຫ້ຄຳໝັ້ນສັນຍາວ່າ ລັດຖະບານ ຫວຽດນາມ ຈະສືບຕໍ່ປັບປຸງສະພາບແວດລ້ອມແຫ່ງການລົງທຶນ, ດຳເນີນທຸລະກິດ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີ Ford, ລົງທຶນຢູ່ ຫວຽດນາມ ຢ່າງມີປະສິດທິຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ