ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມນິວຊີແລນ, ສອງຝ່າຍອອກຖະແຫຼງຂ່າວຮ່ວມ

(VOVWORLD) - ໃນຖະແຫຼງຂ່າວ, ນາຍົກລັດຖະມົນຕີສອງທ່ານ ຢັ້ງຢືນຄືນໃໝ່ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ໜັກແໜ້ນລະຫວ່າງ ຫວຽດນາມ ແລະ ນິວຊີແລນ, ຊຶ່ງໄດ້ຮັບການປັບປຸງດ້ວຍການພົວພັນແລກປ່ຽນປະຊາຊົນຢ່າງແຮງ ແລະ ການຮ່ວມມືແໜ້ນແຟ້ນໃນບັນດາຂົງເຂດ ການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ, ແຮງງານ, ວິທະຍາສາດ ແລະ ເຕັກໂນໂລຊີ.
 
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສິ້ນສຸດການຢ້ຽມຢາມນິວຊີແລນ, ສອງຝ່າຍອອກຖະແຫຼງຂ່າວຮ່ວມ - ảnh 1ສອງຝ່າຍໄດ້ອອກຖະແຫຼງຂ່າວຮ່ວມ
(ພາບ:VGP/Nhật Bắc)

ຕອນຄ່ຳວັນທີ 11 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະຍາ ພ້ອມກັບຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ນິວຊີແລນ ກັບເມືອປະເທດ.

        ເນື່ອງໃນໂອກາດການຢ້ຽມຢາມ ນິວຊີແລນ ຢ່າງເປັນທາງການແຕ່ວັນທີ 9 – 11 ມີນາ 2024 ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີ ນິວຊີແລນ Christopher Luxon, ວັນທີ 11 ມີນາ, ຫວຽດນາມ ແລະ ນິວຊີແລນ ໄດ້ອອກຖະແຫຼງຂ່າວຮ່ວມ.

        ໃນຖະແຫຼງຂ່າວ, ນາຍົກລັດຖະມົນຕີສອງທ່ານ ຢັ້ງຢືນຄືນໃໝ່ການພົວພັນມິດຕະພາບ ແລະ ຄູ່ຮ່ວມມືຍຸດທະສາດເລິກເຊິ່ງ, ໜັກແໜ້ນລະຫວ່າງ ຫວຽດນາມ ແລະ ນິວຊີແລນ, ຊຶ່ງໄດ້ຮັບການປັບປຸງດ້ວຍການພົວພັນແລກປ່ຽນປະຊາຊົນຢ່າງແຮງ ແລະ ການຮ່ວມມືແໜ້ນແຟ້ນໃນບັນດາຂົງເຂດ ການເມືອງ - ການທູດ, ເສດຖະກິດ - ການຄ້າ - ການລົງທຶນ, ການສຶກສາ, ແຮງງານ, ວິທະຍາສາດ ແລະ ເຕັກໂນໂລຊີ. ນາຍົກລັດຖະມົນຕີສອງທ່ານໄດ້ປຶກສາຫາລືບັນດາໂອກາດເພີ່ມທະວີວົງເງິນການຄ້າສອງສົ້ນໂດຍໄວ, ມຸ່ງໄປເຖິງເປົ້າໝາຍ 3 ຕື້ໂດລາສະຫະລັດໃນປີ 2026 ຜ່ານການເພີ່ມທະວີບັນດາການເຄື່ອນໄຫວສົ່ງເສີມການຄ້າ, ປະຕິບັດບັນດາສັນຍາການຄ້າເສລີທີ່ມີຢູ່ແລ້ວ, ພ້ອມທັງຄົ້ນຄ້ວາບັນດາມາດຕະການເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ການລົງທຶນສອງສົ້ນ.

        ນາຍົກລັດຖະມົນຕີ ສອງທ່ານໄດ້ຊົມເຊີຍແຜນການຮ່ວມມືຍຸດທະສາດກ່ຽວກັບການສຶກສາ ຫວຽດນາມ- ນິວຊີແລນ ໄລຍະ 2023 – 2026, ສ້າງເງື່ອນໄຂໃຫ້ແກ່ການຮ່ວມມືຮ່ວມສຳພັນລະຫວ່າງບັນດາຮາກຖານການບຳລຸງສ້າງຂັ້ນມະຫາວິທະຍາໄລລະຫວ່າງສອງປະເທດ, ໜູນຊ່ວຍ ຫວຽດນາມ ປະຕິຮູບບັນດາຮູບແບບການສຶກສາຜ່ານບັນດາພາຫະນະດີຈີຕອນ, ກໍ່ຄືສ້າງເຄືອຂ່າຍອະດິດນັກສຶກສາ…

        ກໍ່ກຽວຂ້ອງເຖິງການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດພິເສດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນ ອາຊຽນ - ອົດສະຕາລີ ແລະ ຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການ (5 – 11 ມີນາ) ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສິ້ນສຸດລົງຢ່າງຈົບງາມ, ບັນລຸຜົນສຳເລັດໃນທຸກຂົງເຂດ. ແມ່ນຄຳຢັ້ງຢືນຂອງທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໃນວັນທີ 11 ມີນາ, ໃນການຕອບສຳພາດຂອງສື່ມວນຊົນກ່ຽວກັບໝາກຜົນການຢ້ຽມຢາມ.

        ກ່ຽວກັບການເຂົ້າຮ່ວມ ແລະ ປະກອບສ່ວນຂອງຄະນະຜູ້ແທນ ຫວຽດນາມ ທີ່ກອງປະຊຸມສຸດຍອດ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ຊີ້ແຈ້ງບັນດາບົດຄຳເຫັນຮອບດ້ານ, ລະດັບຍຸດທະສາດຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊຶ່ງໄດ້ບັນດາປະເທດຕີລາຄາສູງ, ທັງຕີລາຄາຖືກລະດັບການພົວພັນ ອາຊຽນ - ອົດສະຕາລີ ໃນ 50 ປີຜ່ານມາ, ທັງສະເໜີວິໄສທັດ, ກຳນົດທິດອະນາຄົດ ແລະ ບັນດາຂໍ້ສະເໜີ, ຂໍ້ລິເລີ່ມຊຸກຍູ້ການພົວພັນໃນໄລຍະຈະມາເຖິງ. ການເຂົ້າຮ່ວມຂອງ ຫວຽດນາມ ທີ່ກອງປະຊຸມໄດ້ປະກອບສ່ວນຍົກສູງບົດບາດຂອງ ຫວຽດນາມ ໃນການພົວພັນ ອາຊຽນ - ອົດສະຕາລີ, ພ້ອມທັງຮັບຮອງເອົາ ອາຊຽນ ຊຸກຍູ້ການພົວພັນສອງຝ່າຍ ຫວຽດນາມ - ອົດສະຕາລີ ພັດທະນານັບມື້ນັບແທດຈິງ, ມີປະສິດທິຜົນກ່ວາໃນໄລຍະຈະມາເຖິງ.

        ສຳລັບໝາກຜົນພົ້ນເດັ່ນຂອງການຢ້ຽມຢາມ ອົດສະຕາລີ ແລະ ນິວຊີແລນ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ແລະ ພັນລະຍາ, ທ່ານລັດຖະມົນຕີ ບຸ່ຍແທັງເຊີນ ໃຫ້ຮູ້ວ່າ: ການຢ້ຽມຢາມສອງປະເທດ ບັນລຸໄດ້ຜົນສຳເລັດໃນທຸກດ້ານ, ແມ່ນຂີດໝາຍສຳຄັນໃນການພົວພັນລະຫວ່າງ ຫວຽດນາມ ກັບສອງປະເທດ. ທັງ ອົດສະຕາລີ ແລະ ນິວຊີແລນ ລ້ວນແຕ່ຕີລາຄາທີ່ຕັ້ງບົດບາດ ນັບມື້ນັບສູງຂຶ້ນຂອງ ຫວຽດນາມ ຢູ່ພາກພື້ນ ແລະ ຢູ່ໃນໂລກ; ເຫັນດີເປັນເອກະພາບສືບຕໍ່ຮ່ວມມ ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ, ເພື່ອຜົນປະໂຫຍດຂອງປະຊາຊົນ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຂອງພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ