ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ສິ້ນສຸດການເຂົ້າຮ່ວມກອງປະຊຸມການນຳອາຊຽນ

(VOVWORLD) - ຕອນຕ່ຳວັນທີ 24 ເມສາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ແລະ ຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ກັບມາ ຮ່າໂນ້ຍ, ສິ້ນສຸດການປະຕິບັດງານເຂົ້າຮ່ວມກອງປະຊຸມການນຳ ອາຊຽນ ຢູ່ ຈາກາກຕາ, ອິນໂດເນເຊຍ.
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິ໊ງ ສິ້ນສຸດການເຂົ້າຮ່ວມກອງປະຊຸມການນຳອາຊຽນ - ảnh 1ກອງປະຊຸມການນຳອາຊຽນ. ພາບ: VGP

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ແລະ ບັນດາຜູ້ນຳ ອາຊຽນ ໄດ້ສຸມໃສ່ປຶກສາຫາລືແລກປ່ຽນ 3 ເນື້ອໃນຕົ້ນຕໍ ແມ່ນຮ່ວມມືກໍ່ສ້າງປະຊາຄົມ ອາຊຽນ, ການພົວພັນຕ່າງປະເທດຂອງ ອາຊຽນ ແລະ ບັນດາບັນຫາພາກພື້ນ, ສາກົນພວມໄດ້ຮັບຄວາມສົນໃຈ.

ກ່ຽວກັບສະພາບ ມຽນມາ ແລະ ບົດບາດຂອງ ອາຊຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ຢັ້ງຢືນວ່າ ດ້ວຍຖານະບົດບາດເປັນກຳມະການບໍ່ປະຈຳ ແລະ ພວມແມ່ນປະທານສະພາຄວາມໝັ້ນຄົງສະຫະປະຊາຊາດໃນເດືອນ ເມສາ 2021, ຫວຽດນາມ ໄດ້ມານະພະຍາຍາມສ້າງເງື່ອນໄຂສະດວກ ເພື່ອຊອກຫາມາດຕະການເໝາະສົມໃຫ້ແກ່ສະພາບການຢູ່ ມຽນມາ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມີງຈິ໊ງ ໄດ້ພົບປະກັບກະສັດ ບຣູໄນ, ປະທານ ອາຊຽນ 2021; ປະທານາທິບໍດີ ອິນໂດເນເຊຍ, ນາຍົ         ກລັດຖະມົນຕີ ກຳປູເຈຍ, ນາຍົກລັດຖະມົນຕີ ສິງກະໂປ, ນາຍົກລັດຖະມົນຕີ ມາເລເຊຍ ແລະ  ເລຂາທິການໃຫຍ່ ອາຊຽນ.

ຕອບກັບ

ຂ່າວ/ບົດ​ອື່ນ