ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ Siemens ຄົ້ນຄ້ວາການຖ່າຍທອດເຕັກໂນໂລຊີ, ຊຸກຍູ້ນະວັດຕະກຳຢູ່ ຫວຽດນາມ

(VOVWORLD) - ຕີລາຄາສູງບົດບາດ ແລະ ທີ່ຕັ້ງແຖວໜ້າຂອງ ເຢຍລະມັນ ຢູ່ ເອີລົບ ແລະ ໃນໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ເຮັດໃຫ້ການພົວພັນກັບ ເຢຍລະມັນ ເລິກເຊິ່ງໃນ ທຸກຂົງເຂດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ Siemens ຄົ້ນຄ້ວາການຖ່າຍທອດເຕັກໂນໂລຊີ, ຊຸກຍູ້ນະວັດຕະກຳຢູ່ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Roland Busch, ປະທານທັງເປັນຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Siemens
(ພາບ:VGP/Nhật Bắc)

ຕອນບ່າຍວັນທີ 26 ກຸມພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Roland Busch, ປະທານທັງເປັນຜູ້ອຳນວຍການໃຫຍ່ ກຸ່ມບໍລິສັດ Siemens (ສະຫະພັນເຢຍລະມັນ) ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

ຕີລາຄາສູງບົດບາດ ແລະ ທີ່ຕັ້ງແຖວໜ້າຂອງ ເຢຍລະມັນ ຢູ່ ເອີລົບ ແລະ ໃນໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ຮູ້ວ່າ: ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ, ເຮັດໃຫ້ການພົວພັນກັບ ເຢຍລະມັນ ເລິກເຊິ່ງໃນ ທຸກຂົງເຂດ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ Siemens ຄົ້ນຄ້ວາ ຖ່າຍທອດເຕັກໂນໂລຊີ, ຊຸກຍູ້ນະວັດຕະກຳ ຢູ່ ຫວຽດນາມ; ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດມີຄຸນນະພາບສູງ; ໜູນຊ່ວຍການເງິນ, ຖ່າຍທອດວິທະຍາສາດການບໍລິຫານ; ສ້າງ, ລະບອບ ລະບຽບການ ໃຫ້ສົມບູນແບບ, ເໝາະສົມກັບທ່າອ່ຽງພັດທະນາໃນໂລກ ແລະ ເໝາະສົມກັບສະພາບການຂອງ ຫວຽດນາມ.

ສ່ວນ ທ່ານ Roland Busch ໃຫ້ຮູ້ວ່າ: Siemens ແມ່ນກຸ່ມບໍລິສັດເຕັກໂນໂລຊີແຖວໜ້າຂອງ ເຢຍລະມັນ, ສຸມໃສ່ບັນດາຂົງເຂດອຸດສາຫະກຳ, ພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ ແລະ ການແພດ. ສ້າງຫ້ອງການຕາງໜ້າຢູ່ ຫວຽດນາມ ແຕ່ປີ 1993, ປະຈຸບັນ, Siemens ຮ່ວມມືຢ່າງມີປະສິດທິຜົນກັບ ຫວຽດນາມ ໃນຫຼາຍຂົງເຂດ, ພິເສດແມ່ນພະລັງງານທົດແທນ ແລະ ຄົມມະນາຄົມຂົນສົ່ງ. ໄລຍະຈະມາເຖິງ, Siemens ຈະສືບຕໍ່ໜູນຊ່ວຍ ຫວຽດນາມ ໃນການບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ບືນຕົວ ອອກສູ່ໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ