ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ສ້າງໂຄງປະກອບຄືນໃໝ່ເພື່ອຮັກສາເຄື່ອງໝາຍການຄ້າທາດອາຊົດ ຮ່າບັກ

(VOVWORLD) - ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຍົກສູງຄວາມຮັບຜິດຊອບໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ຕັດສິນໃຈສ້າງໂຄງປະກອບຄືນໃໝ່ເພື່ອໃຫ້ໂຮງງານພັດທະນາ ຮັບໃຊ້ການພັດທະນາພື້ນຖານເສດຖະກິດເອກະລາດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ: ສ້າງໂຄງປະກອບຄືນໃໝ່ເພື່ອຮັກສາເຄື່ອງໝາຍການຄ້າທາດອາຊົດ ຮ່າບັກ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປກວດກາຕົວຈິງ ຢູ່ບໍລິສັດຫຸ້ນສ່ວນທາດອາຊົດ ແລະ ທາດເຄມີ ຮ່າບັກ (ພາບ:Dương Giang/TTXVN)

ຕອນເຊົ້າວັນທີ 13 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປກວດກາຕົວຈິງ, ເຮັດວຽກຢູ່ບໍລິສັດຫຸ້ນສ່ວນທາດອາຊົດ ແລະ ທາດເຄມີ ຮ່າບັກ (ສັງກັດກຸ່ມບໍລິສັດເຄມີ ຫວຽດນາມ) ຢູ່ແຂວງ ບັກຢາງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ກະຊວງ, ຂະແໜງການ, ທ້ອງຖິ່ນຕ່າງໆ ຕ້ອງຍົກສູງຄວາມຮັບຜິດຊອບໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດ; ຕັດສິນໃຈສ້າງໂຄງປະກອບຄືນໃໝ່ເພື່ອໃຫ້ໂຮງງານພັດທະນາ ຮັບໃຊ້ການພັດທະນາພື້ນຖານເສດຖະກິດເອກະລາດ, ເປັນເຈົ້າຕົນເອງ, ພັດທະນາກະສິກຳ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ: ຕ້ອງສ້າງໂຄງປະກອບຜະລິດຕະພັນສິນຄ້າ, ອົງປະກອບວິສາຫະກິດຄືນໃໝ່ຕາມທິດຜະລິດຕະພັນມີຫຼາຍຮູບແບບ; ປັບປຸງ, ຍົກສູງສະມັດຕະພາບແຮງງານ, ປັບປຸງຂັ້ນຕອນການຜະລິດ, ສ້າງໂຮງງານສີຂຽວ, ສະອາດ, ຍືນຍົງ; ຕັດສິນໃຈຮັກສາໂຮງງານໄວ້, ເຊິ່ງແມ່ນເຄື່ອງໝາຍການຄ້າມີຊື່ສຽງ ແລະ ມີມູນເຊື້ອຍາວນານ; ປະກອບສ່ວນຮັບປະກັນວຽກເຮັດງານທຳ, ລາຍຮັບໃຫ້ພະນັກງານ, ກຳມະກອນ. ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ບໍລິສັດຈັດຕັ້ງການກວດກາຄືນຂັ້ນຕອນການຜະລິດ, ປ່ອຍສິ່ງເສດເຫຼືອທັງໝົດເພື່ອແກ້ໄຂບັນຫາສິ່ງແວດລ້ອມ ໂດຍໄວ ເພື່ອໃຫ້ທົ່ວບໍລິສັດເຄື່ອນໄຫວຢ່າງທັນສະໄໝ, ສີຂຽວ, ສະອາດ ແລະ ສວຍງາມ.

ຕອບກັບ

ຂ່າວ/ບົດ​ອື່ນ